ການສົ່ງອອກເຂົ້າສານເພີ່ມຂຶ້ນສູງທີ່ສຸດ ໃນໝວດສິນຄ້າຜະລິດຕະພັນກະເສດຫຼັກແຫຼ່ງ

(VOVWORLD) - ນີ້ແມ່ນບະດັບການເຕີບໂຕສູງສຸດໃນບັນດາໝວດຜະລິດຕະພັນກະເສດຫຼັກແຫຼ່ງ. ບາງປະເພດຜະລິດຕະພັນອື່ນໆກໍ່ມີມູນຄ່າສົ່ງອອກສູງກ່ວາໄລຍະດຽວກັນຂອງປີ 2022 ຄື: ກາເຟ, ໝາກໄມ້, ໝາກມ່ວງຫິມະພານ ເພີ່ມຂຶ້ນ 3,4%.
 

ວັນທີ 5 ພຶດສະພາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ຍອດວົງເງິນການສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳ ໃນ 4 ເດືອນຕົ້ນປີ ຄາດວ່າ ບັນລຸກ່ວາ 28,8 ຕື້ໂດລາສະຫະລັດ. ໃນນັ້ນ, ການສົ່ງອອກບັນລຸ 15,66 ຕື້ໂດລາສະຫະລັດ, ຫລຸດລົງ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ແຕ່ເຖິງຢ່າງໃດກໍ່ຕາມ, ໃນເດືອນ ເມສາ ປີ 2023, ຄາດວ່າ, ການສົ່ງອອກເຂົ້າສານບັນລຸ 1,1 ລ້ານໂຕນ ດ້ວຍມູນຄ່າປະມານ 574 ລ້ານໂດລາສະຫະລັດ, ນຳຍອດປະລິມານ ແລະ ມູນຄ່າການສົ່ງອອກເຂົ້າສານຂອງ 4 ເດືອນຕົ້ນປີບັນລຸ 2,95 ລ້ານໂຕນ ດ້ວຍມູນຄ່າ 1,56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 43,6% ດ້ານປະລິມານ ແລະ ເພີ່ມ 54,5% ດ້ານມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ນີ້ແມ່ນບະດັບການເຕີບໂຕສູງສຸດໃນບັນດາໝວດຜະລິດຕະພັນກະເສດຫຼັກແຫຼ່ງ. ບາງປະເພດຜະລິດຕະພັນອື່ນໆກໍ່ມີມູນຄ່າສົ່ງອອກສູງກ່ວາໄລຍະດຽວກັນຂອງປີ 2022 ຄື: ກາເຟ, ໝາກໄມ້, ໝາກມ່ວງຫິມະພານ ເພີ່ມຂຶ້ນ 3,4%.

ຕອບກັບ

ຂ່າວ/ບົດ​ອື່ນ