ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8

(VOVWORLD) -ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດສິງກະໂປ ໂດຍທ່ານ ຈານເຢັງກິດ ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດນຳໜ້າ ໄດ້ມາຮອດຮ່າໂນ້ຍເພື່ອເຂົ້າຮ່ວມການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8
ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8 - ảnh 1 ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8 

ຄະນະຜູ້ແທນການທະຫານຂັ້ນສູງກະຊວງປ້ອງກັນປະເທດສິງກະໂປ ໂດຍທ່ານ ຈານເຢັງກິດ ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດນຳໜ້າ ໄດ້ມາຮອດຮ່າໂນ້ຍເພື່ອເຂົ້າຮ່ວມການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດ ຫວຽດນາມ - ສິງກະໂປຄັ້ງທີ 8 ແຕ່ວັນທີ 9 ຫາວັນທີ 10 ຕຸລາ. ຕອນບ່າຍວັນທີ 9 ຕຸລາ , ທີ່ການຕ້ອນຮັບຄະນະ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ເນັ້ນໜັກວ່າ ການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດແມ່ນການເຄື່ອນໄຫວຢ່າງຕັ້ງໜ້າເພື່ອປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ສິງກະໂປ.

    ກ່ອນໜ້ານັ້ນ, ທ່ານ ຫງວຽນຈີ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ ຈານເຢັງກິດ ເລຂາຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ ໄດ້ເປັນປະທານການສົນທະນາກ່ຽວກັບນະໂຍບາຍປ້ອງກັນປະເທດຫວຽດນາມ ແລະ ສິງກະໂປ. 2 ຝ່າຍໄດ້ເຫັນດີສະໜັບສະໜູນກັນໃນບັນດາເວທີປາໄສຫຼາຍຝ່າຍ ແລະ ຫວຽດນາມຈະສົມທົບ, ສະໜັບສະໜູນສິງກະໂປໃນປີທີ່ສິງກະໂປເປັນປະທານອາຊຽນ 2018. 

ຕອບກັບ

ຂ່າວ/ບົດ​ອື່ນ