ການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11

(VOVWORLD) - ທີ່ການສົນທະນາ, 2 ຝ່າຍໄດ້ຢືນຢັນວ່າ, ນັບແຕ່ເມື່ອ ຫວຽດນາມ ແລະ ສ.ເກົາຫຼີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນ ທັນວາ 2022)
ການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11 - ảnh 1ຮອງລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດບັນທຶກການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11
(ພາບ: TTXVN)

        ຕອນບ່າຍວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຮ່ວາງຊວັນຈຽນ ແລະ ທ່ານ Kim Seon Ho, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ເປັນປະທານຮ່ວມການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11.

        ທີ່ການສົນທະນາ, 2 ຝ່າຍໄດ້ຢືນຢັນວ່າ, ນັບແຕ່ເມື່ອ ຫວຽດນາມ ແລະ ສ.ເກົາຫຼີ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ເດືອນ ທັນວາ 2022), ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກການນຳຂັ້ນສູງກະຊວງປ້ອງກັນປະເທດ 2 ປະເທດໃຫ້ບັນລຸປະສິດທະຜົນ.

        ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານຮອງລັດຖະມົນຕີ ຮ່ວາງຊວັນຈຽນ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມື, ສຸມໃສ່ບັນດາຂົງເຂດທີ່ໄດ້ຜັນຂະຫຍາຍໃຫ້ບັນລຸປະສິດທິຜົນໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ, ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວຈະຮັບນາຍທະຫານຂັ້ນສູງມາຮ່ຳຮຽນຢູ່ວິທະຍາຄານປ້ອງກັນຊາດ ແລະ ເຂົ້າຮ່ວມບັນດາຊຸດຮຽນພາສາ ຫວຽດ ຢູ່ວິທະຍາຄານວິທະຍາສາດການທະຫານ.

        ສ່ວນທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Kim Seon Ho ຢືນຢັນວ່າ, ສ.ເກົາຫຼີ ປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດກັບ ຫວຽດນາມ ແລະ ສະເໜີໃຫ້ 2 ຝ່າຍຮັກສາບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງພັດທະນາບັນດາຂົງເຂດຮ່ວມມືໃໝ່. ເນື່ອງໃນໂອກາດນີ້, ຮອງລັດຖະມົນຕີ 2 ທ່ານໄດ້ລົງນາມໃນບົດບັນທຶກການສົນທະນານະໂຍບາຍປ້ອງກັນຊາດ ຫວຽດນາມ - ສ.ເກົາຫຼີ ຄັ້ງທີ 11.

ຕອບກັບ

ຂ່າວ/ບົດ​ອື່ນ