ການ​​ສົນ​ທະ​ນາ​ວິ​ທະ​ຍາ​ສາດ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ແລະ ບົດ​ບາດ​ຂອງ​ກຳ​ມະ​ບານ

(VOVWORLD) -ຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ສົມທົບກັບສະພາທິດສະດີສູນກາງຈັດຕັ້ງການສົນທະນາ ວິທະຍາສາດ “ສະຫວັດດີການສັງຄົມໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະ ບົດບາດຂອງ ກຳມະບານ ຫວຽດນາມ”.

ການ​​ສົນ​ທະ​ນາ​ວິ​ທະ​ຍາ​ສາດ​ສະ​ຫວັດ​ດີ​ການ​ສັງ​ຄົມ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ແລະ ບົດ​ບາດ​ຂອງ​ກຳ​ມະ​ບານ - ảnh 1ການສົນທະນາວິທະຍາສາດສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານ ແລະ ບົດບາດຂອງກຳມະບານ

(ພາບ: dangcongsan.vn

ທີ່ການສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືແງ່ມູມທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບບັນດາບັນຫາຄື: ຮັບປະກັນການພົວພັນທີ່ກົມກຽວລະຫວ່າງ ນະໂຍບາຍ ສະຫວັດດີການສັງຄົມ ໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ແລະ ບັນດານະໂຍບາຍພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ບັນດາຮູບແບບສະຫວັດດີການສັງຄົມໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ຢູ່ ຫວຽດນາມ…

ບັນດາຜູ້ແທນຖືວ່າ ກຳມະບານ ຫວຽດນາມສວມບົດບາດສຳຄັນໃນການຜັນຂະຫຍາຍບັນດານະໂຍບາຍ, ຍູ້ແຮງບັນດາການເຄື່ອນໄຫວສະຫວັດດີການສັງຄົມໃຫ້ແກ່ຜູ້ອອກແຮງງານ, ສືບຕໍ່ຄົ້ນຄ້ວາ, ສະເໜີການປະຕິບັດບັນດາກົນໄກນະໂຍບາຍ, ຮູບແບບສະຫວັດດີການສັງຄົມໃຫ້ກັບພັກ, ລັດເພື່ອປະຕິບັດການດູແລສະຫວັດດີການສັງຄົມໃຫ້ແກ່ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານໃຫ້ດີກ່ວາ. ທ່ານບຸ່ຍຊີ້ເລີ້ຍ, ຮອງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງ ສະພາແຫ່ງຊາດຖືວ່າ:

        ສົ່ງເສີມການເຂົ້າຮ່ວມຂອງປະຊາຄົມເພື່ອປະຕິບັດການຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມເປັນຢ່າງດີ, ຍົກສູງຄຸນນະພາບໃນການສ້າງ, ປັບປຸງ, ແລະປະຕິບັດນະໂຍບາຍສັງຄົມກ່ຽວກັບສະຫວັດດີການສັງຄົມໃຫ້ສົມບູນແບບ, ເອົາໃຈໃສ່ເປັນພິເສດເຖິງການເຄື່ອນໄຫວດູແລຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ, ລົງທຶນສ້າງ ກົດບັນຍັດ ຂອງອົງການກຳມະບານຢູ່ບັນດາເຂດອຸດສາຫະກຳ, ເຂດການຜະລິດ ຢ່າງແທດຈິງ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງ ກຳມະການ ຕິດພັນກັບຜົນປະໂຫຍດຂອງ ອົງການກຳມະບານ. ໃນບັນຫາສະຫວັດດີການສັງຄົມພວກຂ້າພະເຈົ້າໃສ່ໃຈທີ່ສຸດກັບອົງການກຳມະບານນັ້ນແມ່ນບັນຫາເຮືອນຢູ່ຂອງສັງຄົມ ແລະ ເຮືອນຢູ່ໃຫ້ແກ່ຜູ້ທີ່ມີລາຍຮັບຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ