ການສົນທະນາສິດທິມະນຸດກູບາ-ອີຢູບັນລຸໝາກຜົນຕັ້ງໜ້າ

ການສົນທະນາສິດທິມະນຸດກູບາ-ອີຢູບັນລຸໝາກຜົນຕັ້ງໜ້າ - ảnh 1
(ພາບປະກອບຈາກ escambray.cu)

(vovworld) – ​ວັນ​ທີ 7/6, ກະຊວງ​ການ​ຕ່າງປະ​ເທດ ກູ​ບາ ​ໄດ້​ອອກ​ແຈ້ງ​ການ​ໃຫ້​ຮູ້​ວ່າ​: ການ​ ​ສົນທະນາ​ຄັ້ງ​ທີ 2 ລະຫວ່າງ​ປະ​ເທດ​ນີ້ ​ແລະ ສະຫະພາບ ​ເອີ​ລົບ (EU) ກ່ອນ​ນີ້​ໜຶ່ງ​ວັນ​ກ່ຽວ​ກັບ​ສິດທິ​ມະນຸ​ດ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ຕັ້ງໜ້າ​ເຖິງ​ວ່າ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງ​ລະຫວ່າງ 2 ຝ່າກກໍ່ຕາມ. 2 ຄະນະ​ປະຕິບັດ​ງານ​​ໂດຍ​ທ່ານ Stavros Lambrinidis, ຜູ້ຕາງໜ້າ​ພິ​ເສດ​ຂອງ ອີ​ຢູ ກ່ຽວ​ກັບ​ສິດ​ທິມະນຸດ ​ແລະ ທ່ານ Pedro Nunez Mosquera, ຫົວໜ້າ​ກົມ​ຫລາຍ​ຝ່າຍ ​ແລະ ກົດໝາຍ​ສາກົນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ກູ​ບາ ນຳ​ໜ້າ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ໃນທ່າມກາງ “ບັນຍາກາດ​ເຄົາລົບ ​ແລະ ສ້າງສັນ” ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ, ການ​ເມືອງ ກໍ່​ຄື​ບັນດາ​ສິດ​ເສດ​ຖະກິດ, ສັງຄົມ ​ແລະ ວັດທະນະທຳ. 2 ຝ່າຍ​ໄດ້​ຮັກສາ​ເຈດ​ຕະ​ນາ​ດີ​ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ທຸກ​ບັນຫາ, ດ້ວຍ​ຫຼັກການ​ເຄົາລົບ​ນັບຖື​ຄວາມ​ສະ​ເໝີ​ພາບ​ອະທິປະ​ໄຕ, ​ເອກະລາດ​ເປ​ັນ​ເຈົ້າ​ຕົນ​ເອງ, ບໍ່​ແຊກ​​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງກັນ.


ຂ່າວ/ບົດ​ອື່ນ