ການສວນສະໜາມຢູ່ ຢູແກຼນໃນວັນປະກາດ ເອກະລາດ


ການສວນສະໜາມຢູ່ ຢູແກຼນໃນວັນປະກາດ ເອກະລາດ - ảnh 1
 (
ພາບ: AFP/TTXVN)

(vovworld) -​​ເປັນ​ຄັ້ງທຳ​ອິດ​ໃນ 5 ປີຜ່ານມາ, ຢູ​ແກຼນ​ໄດ້​ຈັດການ​ສວນສະໜາມ​ໃນ​ວັນປະກາດ​ເອກະລາດ​ຄືວັນ​ທີ 24/8. ກ່າວ​ຄຳ​ເຫັນ​ກ່ອນ​ການ​ສວນສະໜາມ, ປະທານາທິບໍດີ​ຢູ​ແກຼນ Petro Poroshenko ປະກາດ​ຈະ​ສະຫງວນ​ຈຳນວນ​ເງິນ 3 ຕື້​ໂດ​ລາ​ສະຫະລັດເພື່ອ​ປະກອບ​ອາວຸດ​ຄື​ນ​ໃໝ່​ໃຫ້​ແກ່​ກອງທັບ​ໃນ 3 ປີ​ຈະ​ມາ​ເຖິງ. ຈຳນວນ​ເງິນ​ເຫຼົ່າ​ນີ້ຈະ​ຖືກ​ນຳ​ໃຊ້​ເພື່ອ​ຊື້​ເຮືອບິນ, ກຳ​ປັ່ນ​ສູ້​ຮົບ ​ແລະ ​ເຮື​ອບິນ​ເອລີກ​ອບ​ແຕ. ​ໃນ​ການ​ກະທຳ​ທີ່​ຖືກ​ຖື​ວ່າ​ເພື່ອ​ແນ​ໃສ່​ເຢາະ​ເຢີ້ຍການ​ສວນສະໜາມ​ໂດຍ ກີ​ແອບ ຈັດຕັ້ງຂຶ້ນ​ນັ້ນ, ຝ່າຍ​ຮຽກຮ້ອງ​​ຫັນ​ພາກ​ຕາ​ເວັນ​ອອກ​ຢູ​ແກຼນເປັນ​ສະຫະພັນ ໄດ້​ນາບ​ຂູ່​ຈັດ​ເຫດການ​ເຊັ່ນ​ດຽວ​ກັນ ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ທະຫານ​ຢູ​ແກຼນ ທີ່​ພວມ​ຖືກ​ກຳລັງ​ນີ້​ຈັບ​ຕົວ​ຄຸມ​ຂັງ. ຢູ່​ສະໜາ​ມຫຼວງ​ເລ​ນິນ ທີ່​ນະຄອນ Donetsk ຂຶ້ນ​ກັບ​ພາກຕາ​ເວັນ​ອອກຢູ​ແກຼນ, ກຳລັງຮຽກຮ້ອງ​ຫັນ​ເປັນ​ສະຫະພັນ ​ໄດ້​ສະ​ແດງ​ສິ່ງ​ທີ່​ເຂົາ​ເຈົ້າຢັ້ງຢືນ​ວ່າ​ແມ່ນ​ອາວຸດ​ທີ່​ຍຶດ​ໄດ້ຈາກ​ກຳລັງ​ທະຫານ​ລັດຖະບານ​ຢູ​ແກຼນ, ລວມມີ​ປືນ​ຈັກ ​ແລະ ລົດ​ຫຸ່ມ​ເກາະ./.

ຂ່າວ/ບົດ​ອື່ນ