ການສ້າງຕັ້ງລັດຖະບານໃໝ່ຂອງ ເຊັກໂກ ປະສົບກັບຄວາມຫຍຸ້ງຍາກຄືນໃໝ່

(VOVWORLD) -  ໃນແຈ້ງການເມື່ອວັນທີ 17 ມິຖຸນາ, ທ່ານ Vojtech Filip, ປະທານພັກກອມມູນິດ ເຊັກໂກ ແລະ Morava (KSCM) ຢັ້ງຢືນວ່າ ພັກນີ້ຈະສືບຕໍ່ສະໜັບສະໜູນລັດຖະບານສຳພັນທະມິດ ANO – CSSD

ການສ້າງຕັ້ງລັດຖະບານໃໝ່ຂອງ ເຊັກໂກ ປະສົບກັບຄວາມຫຍຸ້ງຍາກຄືນໃໝ່ - ảnh 1 ການລົງປະຊາມະຕິພາຍໃນພັກ CSSD

(ພາບ: EuroZprávy.cz)

ເລື່ອງສ້າງຕັ້ງລັດຖະບານໃໝ່ຢູ່ ສ. ເຊັກໂກ ພວມປະສົມກັບສິ່ງທ້າທາຍໃໝ່ຍ້ອນບັນດາການຖົກຖຽງກັນເຊິ່ງກ່ຽວຂ້ອງເຖິງພັກປະຊາທິປະໄຕສັງຄົມ ເຊັກໂກ (CSSD) ໄດ້ແຕ່ງຕັ້ງທ່ານ Miroslav Poche ເປັນລັດຖະມົນຕີກະຊວງການຕ່າງປະເທດ. ໃນແຈ້ງການເມື່ອວັນທີ 17 ມິຖຸນາ, ທ່ານ Vojtech Filip, ປະທານພັກກອມມູນິດ ເຊັກໂກ ແລະ Morava (KSCM) ຢັ້ງຢືນວ່າ ພັກນີ້ຈະສືບຕໍ່ສະໜັບສະໜູນລັດຖະບານສຳພັນທະມິດ ANO – CSSD ຖ້າຫາກວ່າທ່ານ Poche ບໍ່ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

        ກ່ອນໜ້ານັ້ນ, ໝາກຜົນຂອງການລົງປະຊາມະຕິພາຍໃນ CSSD ປະກາດໃນວັນທີ 15 ມິຖຸນາ, ສະແດງໃຫ້ເຫັນວ່າ: ສະມາຊິກສ່ວນຫຼາຍຂອງ CSSD ສະໜັບສະໜູນພັກນີ້ສຳພັນທະມິດກັບຂະບວນການ ANO ຂອງທ່ານນາຍົກລັດຖະມົນຕີ Andrej Babis. ສິ່ງດັ່ງກ່າວສ້າງປະຖົມປັດໄຈເພື່ອໃຫ້ສ້າງຕັ້ງສຳພັນທະມິດ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອອາດຈະຜ່ານຜ່າການລົງປະຊາມະຕິໄວ້ວາງໃຈຢູ່ສະພາແຫ່ງຊາດ, ຄາດວ່າຈະຈັດຕັ້ງໃນວັນທີ 11 ກໍລະກົດຈະມາເຖິງ, ທ່ານນາຍົກລັດຖະມົນຕີ Babis ຕ້ອງການໄດ້ຮັບຈຳນວນບັດສະໜັບສະໜູນຂອງບັນດາສະມາຊິກສະພາແຫ່ງຊາດຂຶ້ນກັບພັກ KSCM. ຖ້າຫາກວ່າ KSCM ຕັດສິນໃຈບໍ່ສະໜັບສະໜູນທ່ານ Poche ໃນຂະນະທີ່ CSSD ຖືນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດນັ້ນ, ລັດຖະບານສຳພັນທະມິດແມ່ນຢືນຢູ່ຕໍ່ໜ້າສິ່ງທ້າທາຍບໍ່ແມ່ນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ