ການສຳມະນາຮ່ວມມືສົ່ງເສີມການລົງທຶນ, ການທ່ອງທ່ຽວລະຫວ່າງ ຮ່າໂນ້ຍແລະຍີ່ປຸ່ນ

ການສຳມະນາຮ່ວມມືສົ່ງເສີມການລົງທຶນ, ການທ່ອງທ່ຽວລະຫວ່າງ ຮ່າໂນ້ຍແລະຍີ່ປຸ່ນ - ảnh 1
ທ່ານ ຫງວຽນ​ດຶກ​ຈູງ, ປະທານ​ຄະນະ​ກຳ
ມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ
(ພາບອິນເຕີແນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/3, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ແລະ ຫ້ອງການ​ການ​ຄ້າ ອຸດສາຫະກຳ ຫວຽດນາມ (VCCI) ​ໄດ້​ຈັດ​ຕັ້ງ “ການ​ສຳ​ມະ​ນາ​ຮ່ວມ​ມື​ສົ່ງ​ເສີມ​ການ​ລົງທຶນ, ການທ່ອງທ່ຽວ​ລະຫວ່າງ ຮ່າ​ໂນ້ຍ​ - ​ຍີ່ປຸ່ນ“. ນີ້​ແມ່ນ​ໂອກາດ​ເພື່ອ​ຊອກ​ຫາ​ບັນດາ​ນັກ​ລົງທຶນ​ທີ່​ມີ​ປະສົບ​ການ ​ແລະ ຄວາມ​ສາມາດ​ເພື່ອ​ລົງທຶນ​ເຂົ້າ​ໂຄງການ​ຕ່າງໆ​ຢູ່ ຮ່າ​ໂນ້ຍ, ປັບປຸງ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ​ຢູ່ ຮ່າ​ໂນ້ຍ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນຫຼວງ. ກ່າວ​ຄວາມ​ເຫັນ​ທີ່​ການ​ສຳ​ມະ​ນາ, ທ່ານ ຫງວຽນ​ດຶກ​ຈູງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຢືນຢັນ​ວ່າ:

        “​ໂດຍ​ຮັບ​ຮູ້​ໄດ້​ທ່າ​ແຮງ​ຂອງ​ຍີ່ປຸ່ນ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ແຖວ​ໜ້າ​ໂລກ, ດ້ວຍ​ວິທະຍາສາດ, ​ເຕັກນິກ​ທີ່​ກ້າວໜ້າ, ທັນ​ສະ​ໄໝ, ພວກ​ຂ້າພະ​ເຈົ້າ​ຢາກ​ຮຽກຮ້ອງ, ດຶງ​ດູດ​ການ​ລົງທຶນ​ຈາກ​ພວກ​ເພື່ອນ​ເຂົ້າ​ບັນດາ​ຂົງ​ເຂດ: ກະສິກຳ​ເຕັກ​ໂນ​ໂລ​ຢີສູງ; ທາງ​ລົດ​ໄຟ​ໃນ​ຕົວ​ເມືອງ, ອຸດສາຫະກຳ​ໜູນ​ຊ່ວຍ; ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ; ຂົງ​ເຂດ​ການທ່ອງທ່ຽວ; ການ​ບໍລິການ​ການ​ແພດ​ຄຸນ​ນະພາ​ບສູງ, ຂົງ​ເຂດ​ການ​ຄ້າ…

        ​ໃນ​ຂອບ​ເຂດ​ການ​ສຳ​ມະ​ນາ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ລະຫວ່າງ​ຜູ້ຕາງໜ້າ​ນະຄອນ ຮ່າ​ໂນ້ຍ ກັບ​ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ ຍີ່ປຸ່ນ​ທີ່​ກ່ຽວຂ້ອງ​ເຖິງ: ການ​ລົງທຶນ​ໂຄງການ​ສູນ​ການ​ຄ້າ​ໃນ​ນະຄອນ ຮ່າ​ໂນ້ຍ; ການ​ພັດທະນາ​ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ