ການຫັນເປັນດີຈີຕອນແມ່ນຄວາມຈຳເປັນ ແລະ ຕິດພັນກັບກາລະໂອກາດ ແລະ ສິ່ງທ້າທາຍ

(VOVWORLD) - ກອງປະຊຸມສຳມະນາມີຫົວຂໍ້ “ເຕັກໂນໂລຊີໃໝ່ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນສັງກາດຫັນເປັນດີຈີຕອນ, ປັນຍາປະດິດ” ເຕື້ອງເຖິງລັກສະນະຈຳເປັນຕ້ອງຫັນເປັນດີຈີຕອນ, ນຳໃຊ້ປັນຍາປະດິດ
ການຫັນເປັນດີຈີຕອນແມ່ນຄວາມຈຳເປັນ ແລະ ຕິດພັນກັບກາລະໂອກາດ ແລະ ສິ່ງທ້າທາຍ - ảnh 1(ກອງປະຊຸມສຳມະນາ)

        ກອງປະຊຸມສຳມະນາ ແລະ ງານວາງສະແດງຄວາມປອດໄພຂໍ້ມູນຂ່າວສານທາງພາກໃຕ້ ຫວຽດນາມ ປີ 2023, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ. ກອງປະຊຸມສຳມະນາມີຫົວຂໍ້ “ເຕັກໂນໂລຊີໃໝ່ ແລະ ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນສັງກາດຫັນເປັນດີຈີຕອນ, ປັນຍາປະດິດ” ເຕື້ອງເຖິງລັກສະນະຈຳເປັນຕ້ອງຫັນເປັນດີຈີຕອນ, ນຳໃຊ້ປັນຍາປະດິດ ແລະ ແກ້ໄຂຄວາມສ່ຽງຂາດຄວາມປອດໄພດ້ານຂໍ້ມູນຂ່າວສານເມື່ອປະຕິບັດ.

        ທ່ານ ຟ້າມຮຸຍຮ່ວາງ, ຮອງປະທານສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານ ຫວຽດນາມ (VNISA) ທາງພາກໃຕ້, ຫົວໜ້າຄະນະຈັດຕັ້ງກອງປະຊຸມສຳມະນາ, ໃຫ້ຮູ້ວ່າ:

        “ພວກເຮົາແບ່ງປັນຄວາມຮູ້, ແລກປ່ຽນບົດຮຽນ ແລະ ຊອກຫາບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອຮັບມືກັບບັນດາສິ່ງທ້າທາຍເຊິ່ງເຕັກໂນໂລຊີໃໝ່ນຳມາໃຫ້. ໃນສັງກາດຫັນເປັນດີຈີຕອນ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດໄດ້ເປີດກາລະໂອກາດຫຼາຍຢ່າງ, ແຕ່ໄປພ້ອມນັ້ນກໍ່ມີສິ່ງທ້າທາຍສູງກວ່າ, ຮຽກຮ້ອງຕ້ອງແລກປ່ຽນ ແລະ ການແບ່ງປັນເພື່ອຊຸກຍູ້ຂົງເຂດຄວາມປອດໄພດ້ານຂໍ້ມູນຂ່າວສານ”.

ຕອບກັບ

ຂ່າວ/ບົດ​ອື່ນ