ການອຸ​ປະ​ຖຳດ້ານ​ທະ​ຫານຂອງ EU ໃຫ້​ແກ່​ຢູ​ແກຼນ ບັນ​ລຸ ​27 ຕື້ ເອີ​ໂຣ

(VOVWORLD) -  ເຢຍລະມັນ ຈະຈັດສົ່ງ ສອງລະບົບປ້ອງກັນອາກາດ IRIS-T, ລວມມີທັງ Patriot ໃຫ້ແກ່ຢູແກຼນຕື່ມອີກ ໃນທ້າຍປີນີ້.
ການອຸ​ປະ​ຖຳດ້ານ​ທະ​ຫານຂອງ EU ໃຫ້​ແກ່​ຢູ​ແກຼນ ບັນ​ລຸ ​27 ຕື້ ເອີ​ໂຣ - ảnh 1ພາບປະກອບ: TTXVN

ວັນທີ 13 ພະຈິກ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ ສະຫະພາບ ເອີລົບ (EU) ໃຫ້ຮູ້ວ່າ ການອຸປະຖຳດ້ານການທະຫານຂອງກຸ່ມນີ້ ໃຫ້ແກ່ຢູແກຼນ ໄດ້ບັນລຸ 27 ຕື້ ເອີໂຣ (ປະມານ 28,8 ຕື້ USD) ນັບແຕ່ເວລາເກີດການປະທະກັນກັບ ລັດເຊຍ ເມື່ອເດືອນກຸມພາປີ 2022. ນັບແຕ່ເວລາເກີດການປະທະກັນຢູ່ ຢູແກຼນ, EU ແລະ ບັນດາປະເທດ ສະມາຊິກໄດ້ສະໜອງການອຸປະຖຳດ້ານການເງິນ, ການທະຫານ, ດ້ານມະນຸດສະທຳທີ່ມີມູນຄ່າປະມານ 89 ຕື້ USD ໃຫ້ແກ່ປະເທດນີ້. ແລະກໍ່ໃນວັນທີ 13 ພະຈິກ, ໜັງສືພິມ New voixe ຂອງ ຢູແກຼນ ໄດ້ຄັດສະເໜີຄຳເວົ້າຂອງ ທ່ານ Martin Jaeger ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ Kiev ໃຫ້ຮູ້ວ່າ ເຢຍລະມັນ ຈະຈັດສົ່ງ ສອງລະບົບປ້ອງກັນອາກາດ IRIS-T, ລວມມີທັງ Patriot ໃຫ້ແກ່ຢູແກຼນຕື່ມອີກ ໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ