ການອະນຸລັກຮັກສາວັດທະນະທໍາກອນລຳພື້ນເມືອງ ເອເດ ແລະ ຢາຣາຍ ໃນຄື້ນວິທະຍຸກະຈາຍສຽງ

(VOVWORLD) - ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບພື້ນຖານດ້ານທິດສະດີ, ສະພາບຕົວຈິງຂອງການອະນຸລັກຮັກສາວັດທະນະທຳກອນລຳພື້ນເມືອງ ເອເດ ແລະ ຢາຣາຍ
ການອະນຸລັກຮັກສາວັດທະນະທໍາກອນລຳພື້ນເມືອງ ເອເດ ແລະ ຢາຣາຍ ໃນຄື້ນວິທະຍຸກະຈາຍສຽງ - ảnh 1(ທີ່ກອງປະຊຸມສຳມະນາ)

            ຕອນເຊົ້າວັນທີ 26 ສິງຫາ, ຢູ່ນະຄອນ ບວນມາທວດ, ອົງການວິທະຍຸກະຈາຍສຽງ ຫວຽດນາມ (VOV) ປະຈຳເຂດ ໄຕງວຽນ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບມາດຕະການອະນຸລັກຮັກສາວັດທະນະທຳກອນລຳພື້ນເມືອງ ເອເດ ແລະ ຢາຣາຍ ບົນຄື້ນວິທະຍຸກະຈາຍສຽງພະແນກພາສາຊົນເຜົ່າສ່ວນໜ້ອຍຢູ່ VOV ໄຕງວຽນ.

  ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບພື້ນຖານດ້ານທິດສະດີ, ສະພາບຕົວຈິງຂອງການອະນຸລັກຮັກສາວັດທະນະທຳກອນລຳພື້ນເມືອງ ເອເດ ແລະ ຢາຣາຍ, ບົດບາດຂອງການຄຸ້ມຄອງແຫ່ງລັດໃນການອະນຸລັກຮັກສາກອນລຳພື້ນເມືອງ ໄຕງວຽນ. ບັນດາຜູ້ແທນໄດ້ເຫັນດີເປັນເອກະສັນກັນວ່າ: ໃນໄລຍະຜ່ານມາ, ກອນລຳພື້ນເມືອງໄຕງວຽນ ເວົ້າລວມ, ກອນລຳພື້ນເມືອງ ເອເດ ແລະ ຢາຣາຍ ເວົ້າສະເພາະ, ໄດ້ຮັບຄວາມເອົາໃຈໃສ່ ແລະ ອະນຸລັກຮັກສາດ້ວຍຫຼາຍຮູບຫຼາຍແບບ, ເຊັ່ນ: ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງທາງວິທະຍຸກະຈາຍສຽງ ແລະ ໂທລະພາບ, ອິນເຕີເນັດ, ການສອນໃນໂຮງຮຽນ,

  ກອນລຳພື້ນເມືອງ ເອເດ ແລະ ຢາຣາຍ ແມ່ນຮູບແບບຂອງນິທານພື້ນເມືອງປາກຕໍ່ປາກ, ສະແດງເຖິງຮີດຄອງປະເພນີ, ການເຊື່ອຖື, ປະຫວັດສາດຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດ ໄຕງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ