ການຮ່ວມມື CLMV ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບອະນຸພາກພື້ນແມ່ນ້ຳຂອງແລະອາຊຽນ

ການຮ່ວມມື CLMV ຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບອະນຸພາກພື້ນແມ່ນ້ຳຂອງແລະອາຊຽນ - ảnh 1
(​ກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື CLMV)

(vovworld) - ​​​ ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ (CLMV) ຄັ້ງ​ທີ 8, ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ - ເຂົ້າ​ພະ​ຍາ - ແມ່​ຂອງ (ACMECS) ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ນ້ຳ​ຂອງ (WEF - ແມ່​ຂອງ). ຕອນ​ເຊົ້າ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ຂອງ​ການ​ຮ່ວມ​ມື​ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ.

        ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ເ​ຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ປຶກ​ສາ​ຫາ​ລື​ເປັນ​ເອ​ກະ​ພາບ​ບັນ​ດາ​ແຜນ​ການ​ກະ​ທຳ ແລະ ບັນ​ດາ​ມາດ​ຕະ​ການ​ຮ່ວມ​ມື ເພື່ອ​ແນ​ໃສ່​ຍົກ​ສ​ູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ, ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ພື້ນ​ຢູ່​​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ເພື່ອ​ຍື​ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ຂັ້ນ​ສູງກ​ຳ​ປູ​ເຈຍ, ລາວ, ມຽ​ນ​ມາ, ຫວຽດ​ນາມ ຄັ້ງ​ທີ 8 ເຊິ່ງຖືກ​ດຳ​ເນີນ​ໃນ​ວັນ​ທີ 26/10 ຈະ​ມາ​ເຖິງ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ເ​ຈົ້າ​ໜ້າ​ທີ 4 ປະ​ເທດ ໄດ້​ຖື​ວ່າ, ພາກ​ພື້ນ​ແມ່ນ​້ຳ​ຂອງ ພວມ​ກ້າວ​ເຂົ້າ​ສູ້​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ບັນ​ດາ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ທີ່ບໍ່​ເຄ​ີຍ​ມີ​ມາ​ກ່ອນ ແລະ ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ດ້ວຍ​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ ແລະ ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ກົນ​ໄກ​ຮ່ວມ​ມື 4 ປະ​ເທດ, ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ ແລະ ທ່າ​ແຮງ​ຂອງ​ພາກ​ພື້ນ​ແມ່​ຂອງ ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ແງ່​ຫວັງ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

        ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ສິ້ນ​ສຸດກອງ​ປະ​ຊຸມ, ທ່ານ ຫວູກວາງ​ມິງ, ຫົວ​ໜ້າ SOM ກົນ​ໄກ​ຮ່ວມ​ມືກ​ຳ​ປູ​ເຈຍ, ລາວ, ມຽ​ນ​ມາ, ຫວຽດ​ນາມ (CLMV) ຂອງ​ຫວຽດ​ນາມ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ກົມ​ໃຫຍ່ສັງ​ລວມ​ເສດ​ຖະ​ກິດ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ. ກອງ​ປະ​ຊຸມ SOM ຂອງ​ກົນ​ໄກ​ຮ່ວມ​ມື CLMV ໃນ​ຕ​ອນ​ເຊົ້າ​ວັນ​ທີ 24/10 ໄດ້​ສ້າງ​ສຳ​ເລັດ​ບັນ​ດາ​ເອ​ກະ​ສານ, ລາຍ​ການ ແລະ ບັນ​ດາ​ບັນ​ຫາ​ສຳ​ຄັນ​ເພື່ອ​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ຂັ້ນ​ສູງ, ໃນ​ນັ້ນ​ໄດ້​ເປັນ​ເອ​ກະ​ພາບ​​ກັນ​ກ່ຽວ​ກັບເອ​ກະ​ສານ​ສຳ​ຄັນ​ທີ່​ສຸດ​ຂອງກອງ​ປະ​ຊຸມ​ແມ່ນ​ຖະ​ແຫຼງ​ການ​ຮ່ວມ ເພື່ອ​ແນ​ໃສ່​ກຳ​ນົດ​ທິດ​ໃຫ້​ການ​ພັດ​ທະ​ນາ ແລະ ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ໃນ​ຂອ​ບ​ເຂດກ​ຳ​ປູ​ເຈຍ, ລາວ, ມຽ​ນ​ມາ, ຫວຽດ​ນາມ. ທ່ານ ຫວູກວາງ​ມິງ, ຫົວ​ໜ້າ SOM CLMV ຂອງ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ສິ່ງ​ສຳ​ຄັນ​ແມ່ນ​ພວກ​ເຮົາ​ຕົກ​ລົງ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຄັ້ງ​ນີ້​ໄດ້​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ພັດ​ທະ​ນາ, ອົງ​ການ​ພິ​ເສດ​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ເຂດ​ອະ​ນຸ​ພາກ​ພື້ນ​ຄື: ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ຫຼື ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ, ສັງ​ຄົມ​ອາ​ຊີ - ປາ​ຊີ​ຟິກ. ນີ້​ແມ່ນ​ບັນ​ດາ​ຂໍ້​ລິ​ເລີມ​ສຳ​ຄັນ​ຂອງ​ຫວຽດ​ນາມ. ຜ່ານນັ້ນ​, ເພື່ອ​ໃຫ້​ປະ​ຊາ​ຄົມ​ບັນ​ດາ​ນັກ​ອຸ​ປະ​ຖຳ ກ​ໍ​ຄື​ປະ​ຊາ​ຄົມ​ສາ​ກົນ ເຂົ້າ​ໃຈ​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ກໍ​ຄື​ກົນ​ໄກ​ຮ່ວມ​ມື CLMV”.

ຂ່າວ/ບົດ​ອື່ນ