ການ​ຮ່ວມ​ມື​ຊຸກ​ຍູ້​ພັດ​ທະ​ນາ​ການ​ເງິນ​ສີ​ຂຽວ​ແບບ​ຍືນ​ຍົງ

(VOVWORLD) -ບົດບັນທຶກຊ່ວຍຈຳເພື່ອແນໃສ່ໜູນຊ່ວຍວິສາຫະກິດສຳຜັດກັບແຫຼ່ງທຶນຂອງທະນາຄານ, ດຶງດູດກະແສແຫຼ່ງເງິນລົງທຶນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນຮູບແບບເສດຖະກິດທີ່ປອຍທາດກາກບອນຢູ່ລະດັບຕ່ຳ ແລະ ບັນດາໂຄງການຫັນປ່ຽນພະລັງງານເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ
ການ​ຮ່ວມ​ມື​ຊຸກ​ຍູ້​ພັດ​ທະ​ນາ​ການ​ເງິນ​ສີ​ຂຽວ​ແບບ​ຍືນ​ຍົງ - ảnh 1ພິທີ ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຊຸກຍູ້ການພັດທະນາດ້ານການເງິນສີຂຽວແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: Vietnam+)

ຕອນບ່າຍວັນທີ 26 ພຶດສະພາ, ຢູ່າຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງ-ດຍສໃ ພ້ອມກັບທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາຫວຽດນາມ (BIDV) ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຊຸກຍູ້ການພັດທະນາດ້ານການເງິນສີຂຽວແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ບົດບັນທຶກຊ່ວຍຈຳເພື່ອແນໃສ່ໜູນຊ່ວຍວິສາຫະກິດສຳຜັດກັບແຫຼ່ງທຶນຂອງທະນາຄານ, ດຶງດູດກະແສແຫຼ່ງເງິນລົງທຶນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນຮູບແບບເສດຖະກິດທີ່ປອຍທາດກາກບອນຢູ່ລະດັບຕ່ຳ ແລະ ບັນດາໂຄງການຫັນປ່ຽນພະລັງງານເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ, ພ້ອມທັງ ເພີ່ມທະວີບົດບາດລະບົບການເງິນ - ທະນາຄານ ໃນການດຶງດູດ, ສົ່ງເສີມ ແລະ ຊຸກຍູ້ບັນດາພາກສ່ວນເສດຖະກິດພາຍໃນປະເທດ ເຂົ້າຮ່ວມຜັນຂະຫຍາຍການເຄື່ອນໄຫວຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາການດຳເນີນທຸລະກິດຕາມທິດຍືນຍົງ.

        ຜ່ານບົດບັດທຶກຊ່ວຍຈຳ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກໍ່ຈະໜູນຊ່ວຍ BIDV ເພີ່ມທະວີກຳລັງຄວາມສາມາດໃນການປະເມີນຄວາມສ່ຽງດ້ານສິ່ງແວດລ້ອມ, ກໍ່ສ້າງມາດຖານຕີລາຄາລະດັບຄວາມສ່ຽງສິ່ງແວດລ້ອມ ສຳລັບບັນດາໂຄງການ, ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາບັນດາຜະລິດຕະພັນການເງິນແບບຍືນຍົງ ຕາມທຳນຽມສາກົນ ແລະ ເໝາະສົມກັບຕະຫຼາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ