ການຮ່ວມມືຍູ້ແຮງການເຄື່ອນໄຫວກ່ຽວຂ້ອງເຖິງຊາວຊົນເຜົ່າສ່ວນຫນ້ອຍ, ເຂດພູດອຍ

(VOVWORLD) -ຕອນບ່າຍວັນທີ 12 ທັນວາ ຢູ່ ຮ່າໂນ້ຍ, ທ່ານ ຈີ້ງທິຖູຍ, ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແລະ ທ່ານ ນົງກວັກຕວນ ຮອງລັດຖະມົນຕີ, ຮອງຫົວຫນ້າຄະນະກຳມະການຊົນເຜົ່າ ໄດ້ລົງນາມໃນໂຄງການສົມທົບລະຫວ່າງສອງຝ່າຍ ກ່ຽວກັບການຍູ້ແຮງບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຄອບຄົວເຂດຊົນເຜົ່າສ່ວນຫນ້ອຍ, ເຂດພູດອຍ ໄລຍະ 2017- 2022.

ການຮ່ວມມືຍູ້ແຮງການເຄື່ອນໄຫວກ່ຽວຂ້ອງເຖິງຊາວຊົນເຜົ່າສ່ວນຫນ້ອຍ, ເຂດພູດອຍ - ảnh 1 ພິທີລົງນາມໂຄງການສົມທົບ

ພາບ:CAND.COM.VN

ໂຄງການໄດ້ສົມທົບກັນໄລຍະ 2017 – 2022 ປະກອບສ່ວນເພີ່ມທະວີການຄຸ້ມຄອງລັດກ່ຽວກັບວັດທະນະທຳ, ກິລາ, ທ່ອງທ່ຽວ, ຄອບຄົວ ຢູ່ເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ ໃນໄລຍະປ່ຽນແປງໃຫມ່, ເຊື່ອມໂຍງເຂົ້າກັບສາກົນ. ສອງຝ່າຍກໍ່ໄດ້ສົມທົບກັນໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳມູນເຊື້ອອັນດີງາມຂອງບັນດາເຜົ່າ, ແນະນຳ, ໂຄສະນາສີສັນວັດທະນະທຳຂອງຊາວຊົນເຜົ່າສ່ວນຫນ້ອຍ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ.

ໂຄງການດັ່ງກ່າວຈະໄດ້ຮັບການຜັນຂະຫຍາຍຢູ່ 52 ແຂວງ, ນະຄອນ ທີ່ມີຊາວຊົນເຜົ່າສ່ວນຫນ້ອຍ, ເຂດພູດອຍ. 

ຕອບກັບ

ຂ່າວ/ບົດ​ອື່ນ