ການຮ່ວມມືດ້ານການຄ້າຫວຽດນາມ-ບຣາຊີນພວມພັດທະນາຢ່າງໄວ

ການຮ່ວມມືດ້ານການຄ້າຫວຽດນາມ-ບຣາຊີນພວມພັດທະນາຢ່າງໄວ - ảnh 1
ໂຄງການຜະລິດຂອງ ບໍລິສັດ Samsung Electronics ຫວຽດນາມ, ຢູ່ບາກນີງ
(ພາບ: Danh Lam/TTXVN)

(vovworld) – ລັດຖະບານ ບຣາຊີ​ນ ຫາ​ກໍ່​ຕົກລົງ​ຫລຸດຜ່ອນ​ພາສີ​ນຳ​ເຂົ້າ​ຊົ່ວຄາວ​ຈາກ 16% ລົງ​ເຫຼືອ​ພຽງ 2% ສຳລັບ 240 ປະ​ເພດ​ສິນຄ້າ​ກົນ​ຈັກ, ວັດ​ຖຸອຸປະກອນ ​ແລະ 10 ປະ​ເພດ​ສິນຄ້າ​ກອມ​ພິວ​ເຕີ, ​ໂທລະ​ຄົມ. 2 ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ສັກສິດ​​ແມ່ນ​ແຕ່​ວັນ​ທີ 24/6/2014 ຮອດ​ວັນ​ທີ 31/12/2015 ​ແລະ ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​​ເຖິງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ບຣາຊີ​ນ. ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດສົ່ງ​ອອກສິນຄ້າ​ຫຼາຍ​​ແຫ່ງຂອງ ຫວຽດນາມ ​ເປີດ​ກ້ວາງ​ຕະຫຼາດ.

    ປະຈຸ​ບັນ, ຂອບ​ຂະໜາ​ດການ​ຄ້າ 2 ສົ້ນ​ລະຫວ່າງ ຫວຽດນາມ ​ແລະ ບຣາຊີ​ນ ພວມ​ພັດທະນາ​ຢ່າງໄວ, ພຽງ​ແຕ່​ຖັດຈາກ ອາ​ເມ​ລິ​ກາ ຢູ່ ທະວີ​ບອາ​ເມ​ລິ​ກາ ​ເທົ່າ​ນັ້ນ. ປີ 2013 ​ແມ່ນ​ປີ​ທຳ​ອິດ ວົງ​​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ​ລື່ນ​ກາຍ 2 ຕື້ USD, “ ບຮາ​ຊີ​ນ ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ສຸດ​ຂອງ ຫວຽດນາມ ຢູ່ ອາ​ເມ​ລິ​ກາ ລາຕີ​ນ. ​ໃນ 7 ​ເດືອນ​ຕົ້ນ​ປີນີ້, ​ການແລກປ່ຽນ​ການ​ຄ້າ 2 ຝ່າ​ຍບັນ​ລຸ​ກ່ວາ 1,7 ຕື້ USD, ​ໃນ​ນັ້ນ ຫວຽດນາມ ສົ່ງ​ສິນຄ້າ​ໄປ​ຍັງ​ຕະຫຼາດ​ນີ້ລວມມູນ​ຄ່າ 723 ລ້ານ USD ​ແລະ ນຳ​ເຂົ້າ​ກ່ວາ 1 ຕື້ USD.


ຂ່າວ/ບົດ​ອື່ນ