ການຮ່ວມມືພັດທະນາຫວຽດນາມ-ອິນເດຍໃນຂົງເຂດວັດທະນະທຳ,ສັງຄົມ,ການສຶກສາບຳລຸງສ້າງ

ການຮ່ວມມືພັດທະນາຫວຽດນາມ-ອິນເດຍໃນຂົງເຂດວັດທະນະທຳ,ສັງຄົມ,ການສຶກສາບຳລຸງສ້າງ - ảnh 1
(ການຮ່ວມມືພັດທະນາຫວຽດນາມ-ອິນເດຍ
ໃນຂົງເຂດວັດທະນະທຳ, ສັງຄົມ, ການສຶກສາບຳລຸງສ້າງ)


​(vovworld) - ຕອນ​ເຊົ້າ​ວັນ​ທີ 30/06, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໃນ​ຂົງ​ເຂດວັດທະນະທຳ, ສັງຄົມ, ການສຶກສາບຳລຸງ​ສ້າງ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາດສະດາຈານ, ດ.ຣ ຕ້າ​ຫງອກ​ເຕີນ, ຫົວໜ້າ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈິ​ມິນ ຊີ້ແຈ້ງວ່າ: ການ​ພົວພັນ​ມິດ​ຕະພາ​ບລະຫວ່າງ​ຫວຽດນາມ - ອິນ​ເດ​ຍ ​ແມ່ນ​ການ​ພົວພັນ​ແບບ​ພິ​ເສດ, ມີ​ມູນ​ເຊື້ອ​ມາ​​ແຕ່​ດົນ​ນານ​ແລ້ວ. ການ​ພົວພັນຮ່ວມ​ມື​ພັດທະນາ​ລະຫວ່າງ 2 ປະ​ເທດ​​ໃນໄລຍະມໍ່ໆ​ມາ​ນີ້​ໄດ້​ສະ​ແດງ​ອອກ​ຜ່າ​ນ​ 5 ​ເສົາ​ຄ້ຳ: ​ເສດຖະກິດ, ການ​ເມືອງ; ວັດທະນະທຳ - ການ​ສຶກສາ; ວິທະຍາສາດ, ​ເຕັກນິກ; ພະລັງ​ງານ ​ແລະ ການ​ປ້ອງ​ກັນຊາດປ​້ອງກັນ​ຄວາມ​ສະຫງົບ. ບັນດາ​ການ​ນຳ​ຫວຽດນາມ - ອິນ​ເດຍ ລ້ວນ​ແຕ່​ຢືນຢັນ​ຄວາມ​ສະ​ເໝີຕົ້ນ​ສະ​ໝີ​ປາຍ​​ໃນ​ການ​ສະໜັບສະ​ໜູນການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຂອງ 2 ປະ​ເທດ; ​ຖື​ຫວຽດນາມ ​ແມ່ນ​ເສົາຄ້ຳ​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ ​ແລະ ການ​​ກະທຳ​ມຸ່ງ​ໄປ​ສູ່ທິດ​ຕາ​ເວັນ​ອອກຂອງ​ອິນ​ເດຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ເງື່ອນ​ໄຂ, ກຳລັງ​ໜູນ, ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ວັດທະນະທຳ, ສັງຄົມ…. ບົນ​ພື້ນຖານ​ນັ້ນ, ບັນດາ​ຜູ້​ແທນ​ສະ​ເໜີ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໃນ​ຂົງ​ເຂດ​ວັດທະນະທຳ, ສັງຄົມ, ການ​ສຶກສາບ​ຳລຸງ​ສ້າງ ​ເພື່ອ​ພັດທະນາ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ