ການຮ່ວມມືມິດຕະພາບ ລະຫວ່າງຫວຽດນາມ - ສ.ເກົາຫຼີ

ການຮ່ວມມືມິດຕະພາບ ລະຫວ່າງຫວຽດນາມ - ສ.ເກົາຫຼີ - ảnh 1
ພິທີ​ປະກາດ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​
ປະຕິບັດ “ລາຍການ​ຄວາມ​ຜາ​ສຸກ” ຢູ່​ແຂວງ​ກວາງ​ຈິ້
(ພາບ: baoquangtri.vn)


(vovworld) - ​ໃນ​ຂອບ​ເຂດ​​ໂຄງການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຫວຽດນາມ - ສ.​ເກົາຫຼີ ​ເຊິ່ງຖື​ກດຳ​ເນີນ​ໄປ​ແຕ່​ວັນ​ທີ 02 – 04/12, ຄະນະ​ກຳມະການ​ປະຊາຊົນ​​ແຂວງ ກວາງ​ຈິ້ ​ໄດ້​ສົມທົບ​ກັບ​ສະຖານທູດ​ສ.​ເກົາຫຼີ ປະຈຳ​ຫວຽດນາມ ​ແລະ ອົງການ​ຮ່ວມ​ມື​ສາກົນ​ສ.​ເກົາຫຼີ (KOICA) ຈັດ​ຕັ້ງ​ບັນດາ​ເຫດການ​ຄື: ພິທີ​ປະກາດ ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ປະຕິບັດ “ລາຍການ​ຄວາມ​ຜາ​ສຸກ” ຢູ່​ແຂວງ​ກວາງ​ຈິ້; ​ເປີດ​ສະຫຼອງ​ໂຄງການ​ຍົກ​ສູງ​ໂຮງ​ຮຽນ​ອາຊີວະຊັ້ນ​ກາງ​ກວາງ​ຈິ້ (​ໂດຍ​ລັດຖະບານ​ສ.​ເກົາ​ຫີຼີ ຊ່ວຍ​ເຫຼືອລ້າ ທີ່ມີ​ມູນ​ຄ່າ 4,7 ລ້ານ USD)​ ແລະ ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ໜູນ​ຊ່ວຍ​ການ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ພະຍຸ, ນ້ຳ​ຖ້ວມ. ກ່າວ​ຄຳ​ເຫ​ັນຢູ່​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ ຕີ​ລາຄາ​ສູງການ​ໜູນ​ຊ່ວຍ​ອັນ​​ແທດ​ຈິງ, ມີ​ປະສິດທິ​ຜົນ​ຂອງ​ສ.​ເກົາຫຼີ ສຳລັບ​​ແຂວງ​ກວາງ​ຈິ້ ​ແລ​ະ ​ເນັ້ນ​ໜັກ​ວ່າ ​ໂຄງການ​ດັ່ງກ່າວ​ແມ່ນ​ໂຄງການ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກສະນະ​ມະນຸດສະທຳ, ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກໍ່​ສະ​ເໜີ​ໃຫ້​ຝ່າຍ​ສ.​ເກົາຫຼີ ສືບ​ຕໍ່​ເອົາ​ໃຈ​ໃສ່, ​ເປີດ​ກວ້າງ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ສ.​ເກົາຫຼີ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ