ການຮ່ວມມືລະຫວ່າງສອງອົງການ ແນວໂຮມຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

(VOVWORLD) -ວັນທີ 5 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທງເໝິນ, ເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ, ເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ການຮ່ວມມືລະຫວ່າງສອງອົງການ ແນວໂຮມຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ - ảnh 1 ຜູ້ແທນອົງການແນວໂຮມສອງປະເທດຫວຽດນາມ - ລາວ ຖ່າຍຮູບເປັນທີ່ລະນຶກ

(ພາບ: vov.vn)

       ທ່ານ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ເຈິ່ນແທງເໝິນ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວພັດທະນາໃໝ່ຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ການພົວພັນຮ່ວມມືລະຫວ່າງສອງອົງການ ແນວໂຮມ ນັບມື້ນັບແທດຈິງ, ມີປະສິດທິຜົນ. ພິເສດແມ່ນ ເລື່ອງສອງຝ່າຍຜັນຂະຫຍາຍບົດບັນທຶກຊ່ວຍຈໍາ ໂຄງການຮ່ວມມື ແລະ ແຈ້ງການຮ່ວມລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ຢູ່ກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ,ມິດຕະພາບ, ມີການຮ່ວມມືຮອບດ້ານພ້ອມກັນພັດທະນາໄລຍະ 2017 – 2020 ຢ່າງມີປະສິດທິຜົນ; ເລື່ອງແລກປ່ຽນຄະນະຜູ້ແທນ, ຈັດຕັ້ງການຝຶກອົບຮົມ, ແລກປ່ຽນບົດຮຽນໃຫ້ແກ່ຖັນແຖວພະນັກງານແນວລາວສ້າງຊາດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

        ທ່ານປະທານ ເຈິ່ນແທງເໝິນ ສະເໜີແນວລາວສ້າງຊາດສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດຫວຽດນາມ, ປະຕິບັດບັນດາໂຄງການຮ່ວມມື ລະຫວ່າງແນວໂຮມສອງປະເທດ ທີ່ໄດ້ລົງນາມຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ