ການຮ່ວມມືສອງຝ່າຍໃນຂົງເຂດກະຈາຍສຽງ - ປະກອບສ່ວນ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

(VOVWORLD) -ບົນຈິດໃຈສະຫາຍ ແລະ ສາຍພົວພັນອ້າຍນ້ອງລະຫວ່າງຫວຽດນາມ -ລາວ, ຂ້າພະເຈົ້າປາດຖະໜາວ່າ ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ທັງດ້ານເນື້ອໃນ, ວຽກງານການຄຸ້ມຄອງ, ວຽກງານການບໍາລຸງສ້າງພະນັກງານ ແລະ ກ້າວໄປເຖິງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ

ຕອນເຊົ້າວັນທີ 01 ພະຈິກ, ທີ່ສໍານັກງານ ວິທະຍຸກະຈາຍສຽງຫວຽດນາມ ຢູ່ເຮືອນເລກທີ 58, ຖະໜົນກວ໊ານສື໊, ຮ່າໂນ້ຍ, ທ່ານ ຫງວຽນເທ໊ກີ໋ ກໍາມະການສູນກາງພັກ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມີການຕ້ອນຮັບ ຄະນະການນໍາ ວິທະຍຸກະຈາຍສຽງແຫ່ງຊາດລາວ (LNR) ນໍາໂດຍທ່ານ ໂພສີ ແກ້ວມະນີວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໄລຍະ 2019 – 2021.

ການຮ່ວມມືສອງຝ່າຍໃນຂົງເຂດກະຈາຍສຽງ - ປະກອບສ່ວນ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ - ảnh 1 ທ່ານຫງວຽນເທ໊ກີ໋ ແລະ ທ່ານ ໂພສີ ແກ້ວມະນີວົງລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໄລຍະ 2019 – 2021 (ພາບ: Dieu Hong/VOV5)

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນເທ໊ກີ໋ ເນັ້ນໜັກວ່າ: ໃນການຢ້ຽມຢາມ ລາວ ຄັ້ງຫຼ້າສຸດ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນໃນການພົວພັນຮ່ວມມືລະຫວ່າງສອງວິທະຍຸກະຈາຍສຽງໃຫ້ນັບມື້ນັບພັດທະນາຢ່າງດີງາມກວ່າເກົ່າ. ບົນຈິດໃຈສະຫາຍ ແລະ ສາຍພົວພັນອ້າຍນ້ອງລະຫວ່າງຫວຽດນາມ - ລາວ, ຂ້າພະເຈົ້າປາດຖະໜາວ່າ ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ທັງດ້ານເນື້ອໃນ, ວຽກງານການຄຸ້ມຄອງ, ວຽກງານການບໍາລຸງສ້າງພະນັກງານ ແລະ ກ້າວໄປເຖິງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ, ທ່ານກ່າວວ່າ:

        “ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ຊ່ວຍ ວິທະຍຸກະຈາຍສຽງແຫ່ງຊາດລາວ ຍົກລະດັບບັນດາສະຖານີກະຈາຍສຽງ ແລະ ໂທລະພາບທ້ອງຖິ່ນແຫ່ງຕ່າງໆຂອງລາວ. ພິເສດແມ່ນໃນການຢ້ຽມຢາມ ລາວ ເມື່ອປີ 2017, ຂ້າພະເຈົ້າກໍໄດ້ແຈ້ງໃຫ້ທ່ານຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຮັບຊາບ ກ່ຽວກັບການຍົກລະດັບອຸປະກອນສົ່ງສັນຍານ, ເຄື່ອງກະຈາຍສຽງ ແລະ ຄວາມມຸ່ງມາດປາດຖະໜາດັ່ງກ່າວ ກໍໄດ້ນໍາເຂົ້າແຜນການຂອງລັດຖະບານຫວຽດນາມ. ຂັ້ນຕອນຕໍ່ໄປ, ພວກເຮົາຈະຜັນຂະຫຍາຍປະຕິບັດ ແລະ ບັນດາຫົວໜ່ວຍກ່ຽວຂ້ອງຂອງ VOV ຈະພະຍາຍາມເພື່ອນໍາໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍໂດຍໄວ ແລະ ບັນລຸໄດ້ໝາກຜົນດີທີ່ສຸດ”.

ການຮ່ວມມືສອງຝ່າຍໃນຂົງເຂດກະຈາຍສຽງ - ປະກອບສ່ວນ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ - ảnh 2ຄະນະການນໍາວິທະຍຸກະຈາຍສຽງແຫ່ງຊາດລາວມອບຂອງຂວັນເປັນທີ່ລະນຶກໃຫ້ແກ່   ວິທະຍຸກະຈາຍສຽງຫວຽດນາມ (ພາບ: Dieu Hong/VOV5)

ສ່ວນທາງ ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາການໜູນຊ່ວຍຂອງ VOV ທີ່ໄດ້ສະຫງວນໃຫ້ ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມທັງປາດຖະໜາວ່າ ຈະສືບຕໍ່່ໄດ້ຮັບການຊ່ວຍເຫຼືອ, ຮ່ວມມື ແລະ ຖອດຖອນບົດຮຽນນໍາ VOV ເພື່ອ ພັດທະນາ ວິທະຍຸກະຈາຍສຽງແຫ່ງຊາດລາວ ນັບມື້ນັບພັດທະນາຍິ່ງໆຂຶ້ນ.

        ໃນການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ນອກຈາກການເຂົ້າຮ່ວມພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໄລຍະ 2019 – 2021 ແລ້ວ, ຄະນະການນໍາວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງຈະໄປຢ້ຽມຢາມຫົວໜ່ວຍຕ່າງໆຂອງ VOV.      

ຕອບກັບ

ຂ່າວ/ບົດ​ອື່ນ