ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງແລະຍົກຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ຫວຽດນາມ ແລະ ລາວ ມີຄວາມສະດວກ ແລະ ກາລະໂອກາດໃຫຍ່ຫຼວງຫຼາຍຢ່າງເພື່ອເພີ່ມທະວີຂອບເຂດການຮ່ວມມືຢ່າງເຂັ້ມແຂງກວ່າເກົ່າ.
ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງແລະຍົກຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

        ໃນບົດກ່າວປາໄສເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (05 ກັນຍາ 1962 – 05 ກັນຍາ 2022), ທ່ານປະທານປະເທດ ຫວຽດນນາມ ຫງວຽນຊວັນຟຸກ ຢືນຢັນວ່າ ວັນທີ 05 ກັນຍາ 1962, ເຫດການ ຫວຽດນາມ ແລະ ລາວ ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ໄດ້ສ້າງຂີດໝາຍໃຫ້ແກ່ໄລຍະພັດທະນາໃໝ່ຂອງສາຍພົວພັນຂອງ 2 ປະເທດໃນສະໄໝໃໝ່. ປະຈຸບັນ, ການພົວພັນດ້ານການເມືອງ - ການພົວພັນ ດ້ານການຕ່າງປະເທດລະຫວ່າງ 2 ປະເທດນັບມື້ນັບສະໜິດແໜ້ນກວ່າ; ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການຍູ້ແຮງຢ່າງບໍ່ຢຸດຢັ້ງ,  ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ; ການຮ່ວມມືດ້ານເສດຖະກິດບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ດ້ວຍພື້ນຖານການພົວພັນຢ່າງໝັ້ນຄົງໜັກແໜ້ນເຊິ່ງໄດ້ຜ່ານຜ່າການທົດສອບນັ້ນ, ຫວຽດນາມ ແລະ ລາວ ມີຄວາມສະດວກ ແລະ ກາລະໂອກາດໃຫຍ່ຫຼວງຫຼາຍຢ່າງເພື່ອເພີ່ມທະວີຂອບເຂດການຮ່ວມມືຢ່າງເຂັ້ມແຂງກວ່າເກົ່າ. ສືບຕໍ່ມູນເຊື້ອປະຕິວັດທີ່ສະຫງ່າອົງອາດຂອງລຸ້ນກ່ອນໆ, ພ້ອມກັນປົກປັກຮັກສາ, ປັບປຸງເສົາຄ້ຳການພົວພັນທາງດ້ານການເມືອງຢ່າງບໍ່ຢຸດຢັ້ງ ເພື່ອກຳນົດທິດສັງລວມຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ. ພ້ອມກັນມານະພະຍາຍາມຍົກລະດັບການຮ່ວມມືທາງດ້ານເສດຖະກິດ ໃຫ້ກາຍເປັນເສົາຄ້ຳທີ່ສອດຄ່ອງກັບສາຍພົວພັນແບບພິເສດຂອງ 2 ປະເທດ. 2 ຝ່າຍຍູ້ແຮງການໂຄສະນາສຶກສາກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານຂອງ 2 ປະເທດ, ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ, ມີຄວາມໄວ້ເນື້ອເຊື່ອໃຈຕື່ມອີກ, ຮ່ວມແຮງຮ່ວມໃຈປົກປັກຮັກສາ, ເພີ່ມພູນຄູນສ້າງ, ພັດທະນາ ແລະ ເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງ 2 ປະເທດມີຄວາມໃໝ່ອ່ຽມຂຶ້ນຕື່ມ”.

ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຈະສືບຕໍ່ໄດ້ຮັບການປັບປຸງແລະຍົກຂຶ້ນສູ່ລະດັບສູງໃໝ່ - ảnh 2(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ແລະກໍ່ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 05 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ມີບົດກ່າວປາໄສສຳຄັນ, ໃນນັ້ນ, ຢືນຢັນເລື່ອງສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ລາວ - ຫວຽດນາມ ແມ່ນເຫດການປະຫວັດສາດ, ເປັນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ.

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ປາດຖະໜາວ່າ ປະຊາຊົນ ລາວ ແລະ ຫວຽດນາມ ທຸກຊັ້ນຄົນຈະສືບຕໍ່ສືບທອດພາລະກິດຂອງລຸ້ນກ່ອນໆ, ມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ - ຫວຽດນາມ; ເພີ່ມທະວີການຮ່ວມມື, ຮ່ວມແຮງຮ່ວມໃຈ, ຮັກຫອມ, ສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັບປົກປັກຮັກສາບັນດາຜົນງານຂອງການປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ