ກາ​ນາ​ດາ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເປີດກວ້າງ​ການ​ພົວ​ພັນຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) -ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023).
ກາ​ນາ​ດາ​ຖື​ເປັນ​ສຳ​ຄັນ ແລະ ຢາກ​ເປີດກວ້າງ​ການ​ພົວ​ພັນຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly (ພາບ: TTXVN)

ຕອນເຊົ້າວັນທີ 13 ເມສາ ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly ໃນຂອບເຂດການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 12 – 14 ເມສາ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບມາດຕະການເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ, ເພື່ອມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023). ທ່ານ ບຸຍແທັງເຊີນ ສະເໜີໃຫ້ສອງຝ່າຍ ເຊື່ອມຕໍ່ກົນໄກເຈລະຈາສອງຝ່າຍຄືນໃໝ່ໂດຍໄວ; ຍາດແຍ່ງກາລະໂອກາດຈາກການຜັນຂະຫຍາຍສັນຍາ CPTPP ໃຫ້ໄດ້ຢ່າງສຸດຂີດ ທ່ານສະເໜີໃຫ້ການາດາສືບຕໍ່ເປີດປະຕູຕະຫຼາດ ໃຫ້ສິນຄ້າ, ຜະລິດຕະພັນກະເສດ ຫວຽດນາມ ກໍ່ຄືເພີ່ມທະວີໜູນຊວ່ຍຫວຽດນາມ ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍໄວ. ທ່ານບຸຍແທັງເຊີນກໍ່ສະເໜີໃຫ້ການາດາ ຮັບຮອງເອົາໜັງສືຜ່ານແດນວັກຊິນຂອງຫວຽດນາມ ໂດຍໄວ.

ສ່ວນທ່ານນາງ Melanie Joly ຢັ້ງຢືນວ່າ ການາດາຖືເປັນສຳຄັນຕໍ່ການພົວພັນກັບ ຫວຽດນາ ແລະ ຢາກເປີດກວ້າງການພົວພັນຮ່ວມມືກັບ ຫວຽດນາມ, ພິເສດແມ່ນການຮ່ວມມືທາງດ້ານເສດຖະກິດ - ການຄ້າ. ທ່ານນາງ Melanie Jolyກໍ່ເປັນເອກະພາບຕໍ່ມາດຕະການຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການຄ້າ, ພ້ອມທັງຢັ້ງຢືນວ່າ ຈະເພີ່ມທະວີການຮ່ວມມືໜູນຊ່ວຍຫວຽດນາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຕິບັດຄຳໝັ້ນສັນຍາຢູ່ COP 26.

ຕອບກັບ

ຂ່າວ/ບົດ​ອື່ນ