ການາດາຮັດແໜ້ນການລົງໂທດລັດເຊຍ

ການາດາຮັດແໜ້ນການລົງໂທດລັດເຊຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Stephen Harper
(ພາບ​ປະ​ກອບ)

(vovworld) - ວັນ​ທີ 19/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ Stephen Harper ປະ​ກາດ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​​ເລັ່ງ​ໃສ່​ລັດ​ເຊຍ ທີ່​ກ່ຽວ​ຂ້ອ​ງ​ເຖິງວິ​ກິດ​ການ​ຢູ່ ຢູ​ແກຼນ. ​ການລົງ​ໂທດ​ຄັ້ງ​ທີ 13 ນີ້​ຂອງ​ ກາ​ນາ​ດາ ​ແມ່ນ​ເລັ່ງໃສ່​ນັກ​ການ​ເມືອງ​ ລັດ​ເຊຍ 20 ຄົນ, ບັນ​ດາ​ການ​ນຳຝ່າຍ​ທວງ​ເອົາ​ເອ​ກະ​ລາດ​ຢູ່ ຢູ​ແກຼນ ແລະ ການ​ນຳ​ບັນ​ດາ​ຂະ​ແໜງ​ນ້ຳ​ມັນ​ບໍ່, ອາຍ​ແກ​ສ​ຂອງ​ລັດ​ເຊຍ. ຕາມ​ຄຳ​ສັ່ງ​ລົງ​ໂທດ​ແລ້ວ, ສະ​ມາ​ຊິກ​ ດູ​ມາ ແຫ່ງ​ຊາດ ລັດ​ເຊຍ (ສະ​ພາ​ຕ່ຳ) 11 ທ່ານ ແລະ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ສາ​ທາ​ລະ​ນາ​ລັດ ປະ​ຊາ​ຊົນ ອ້າງ​ຊື່​ເອງ Donetsk ຢູ່​ ຢູ​ແກຼນ ​ຕາ​ເວັນ​ອອກ ຖືກ​ຫ້າມ​ເຂົ້າ​ເມືອງ​ ກາ​ນາ​ດາ. ນອກ​ຈາກນັ້ນ, ກາ​ນາ​ດາ ກໍ່​ຍົກ​ອອກ​ມາ​ບາງ​ຂໍ້​ສະ​ກັດ​ກັ້ນ​ໃນ​ການ​ສົ່ງ​ອອກ​ ລັດ​ເຊຍ ບັນ​ດາ​ວັດ​ຖຸ​ອຸ​ປະ​ກອນ​ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ຂະ​ແໜງ​ຂຸດ​ຄົ້ນນ້ຳ​ມັນ​ຢູ່​ເຂດ​ນ້ຳ​ເລິກ.


ຂ່າວ/ບົດ​ອື່ນ