ກາ​ນຳ​ອາ​ຊຽ​ນຮຽກ​ຮ້ອງວິ​ສາ​ຫະ​ກິດ​ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂຄວິດ-19

(VOVWORLD) -ຕອນບ່າຍວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ໄດ້ເປັນປະທານວາລະປະຊຸມໂອ້ລົມສົນທະນາທາງອອນລາຍ ລະຫວ່າງການນຳບັນດາປະເທດອາຊຽນ ແລະ ສະພາໃຫ້ຄຳປຶກສາທຸລະກິດ (ASEAN-BAC) ຊື່ງສະແດງໃຫ້ເຫັນ ຄວາມສົນໃຈ, ຖືເປັນສຳຄັນຂອງລັດຖະບານ ບັນດາປະເທດອາຊຽນ ທີ່ມີຕໍ່ປະຊາຄົມວິສາຫະກິດ.
ກາ​ນຳ​ອາ​ຊຽ​ນຮຽກ​ຮ້ອງວິ​ສາ​ຫະ​ກິດ​ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂຄວິດ-19 - ảnh 1

(ພາບ: VGP/Quang Hiếu)

    ນີ້ກໍ່ແມ່ນກາລະໂອກາດອັນລ້ຳຄ່າ ເພື່ອໃຫ້ການນຳໄດ້ຮັບຟັງຄວາມເຫັນປະກອບຈາກຝ່າຍ ASEAN-BAC , ຢັ້ງຢືນຄວາມຕັດສິນໃຈຂອງອາຊຽນ, ຄວາມສາມັກຄີໃນທຸກການກະທຳ, ເປັນເຈົ້າການຮັບມືກັບທຸກສະພາບການ.

   ກ່າວຄຳເຫັນທີ່ວາລະປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຟຸກ ໄດ້ແບ່ງປັນຄວາມຫຍຸ້ງຍາກ ຊື່ງປະຊາຄົມວິສາຫະກິດໄດ້ ແລະ ກຳລັງປະສົບໃນໄລຍະຜ່ານມາ. ບັນດາລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໜູນຊ່ວຍປະຊາຄົມວິສາຫະກິດ ແລະ ນັກທຸລະກິດຜ່ານຜ່າສິ່ງທ້າທາຍຂອງໂລກລະບາດ, ຟື້ນຟູ, ເຊື່ອມຕໍ່ການບໍລິການ, ພັດທະນາການຜະລິດໂດຍໄວ.

   ຕາງໜ້າວິສາຫະກິດອາຊຽນ ໄດ້ສະແດງການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງລັດຖະບານບັນດາປະເທດອາຊຽນຕໍ່ສິ່ງທ້າທາຍທີ່ໄດ້ວາງອອກຈາກພະຍາດໂຄວິດ-19. ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນ ໃນການຊຸກຍູ້ການສິ້ນສຸດການເຈລະຈາ ແລະ ລົງນາມສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP), ເຊື່ອໝັ້ນວ່າ ວິວັດທະນາການນີ້ ຈະປະກອບສ່ວນຢ່າງໃຫ່ຫຼວງ ໃຫ້ແກ່ຄວາມມານະພະຍາຍາມ ຟື້ນຟູເສດຖະກິດຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ