ການ​ເຄື່ອນ​ໄຫວ​​ກຸ​ຊ່ວຍ​ມະ​ນຸດ​ສະ​ທຳ ຢູ່ ເຂດ Gaza ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ

(VOVWORLD) -ກ່າວຄຳເຫັທີ່ການຖະແຫຼງຂ່າວຢູ່ ເຊີແນວ ປະເທດ ສະວິດ, ທ່ານ ໂຄສົກຂອງ WHO Fadela Chaib ໃຫ້ຮູ້ວ່າ ນັບແຕ່ເວລາ ເກີດການປະທະກັນ ເມື່ອຕົ້ນເດືອນພຶດສະພານີ້, ມີຄົນເຈັບປະມານ 600 ຄົນ, ໃນນັ້ນມີບາງຄົນຕິດພະຍາດຊຳເຮື້ອທີ່ຈຳເປັນຕ້ອງໄດ້ຮັບການປິ່ນປົວຢູ່ນອກເຂດ Gaza ແຕ່ວ່າບໍ່ສາມາດອອກຈາກເຂດນີ້ໄດ້ ຍ້ອນບັນດາດ່ານຊາຍແດນຖືກປິດ.
ການ​ເຄື່ອນ​ໄຫວ​​ກຸ​ຊ່ວຍ​ມະ​ນຸດ​ສະ​ທຳ ຢູ່ ເຂດ Gaza ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ - ảnh 1ສະຖານທີ່ເກີດເຫດບຸກໂຈມຕີທາງອາກາດຂອງ ຢູ່ ອິດສະລາແອັນ ຢູ່ເຂດ Gaza (ພາບ: AFP/TTXVN)

ວັນທີ 28 ພຶດສະພາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງໜູນຊ່ວຍ ເພື່ອໃຫ້ພະນັກງານກຸຊ່ວຍສຳຜັດກັບບັນດາຄົນເຈັບຢູ່ເຂດ Gaza ຫຼື ອະນຸຍາດໃຫ້ເຂົາເຈົ້າ ອອກຈາກຜືນແຜ່ນດິນແຫ່ງນີ້ ເພື່ອໄດ້ຮັບການປິ່ນປົວດູແລສຸຂະພາບ. ຄຳຮຽກຮ້ອງໄດ້ຍົກອອກມາ ໃນສະພາບການບັນດາພະນັກງານການແພດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ໃນການດູແລຜູ້ຕິດພະຍາດ ແລະ ໄດ້ຮັບບາດເຈັບໃນການປະທະກັນທີ່ຮ້າຍແຮງ ລະຫວ່າງອິດສະລາແອັນ ແລະ ຂະບວນການອິດສະລາມ Hamas ທີ່ໄດ້ດຳເນີນມາເປັນເວລາ 11 ວັນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຊີແນວ ປະເທດ ສະວິດ, ທ່ານ ໂຄສົກຂອງ WHO Fadela Chaib ໃຫ້ຮູ້ວ່າ ນັບແຕ່ເວລາ ເກີດການປະທະກັນ ເມື່ອຕົ້ນເດືອນພຶດສະພານີ້, ມີຄົນເຈັບປະມານ 600 ຄົນ, ໃນນັ້ນມີບາງຄົນຕິດພະຍາດຊຳເຮື້ອທີ່ຈຳເປັນຕ້ອງໄດ້ຮັບການປິ່ນປົວຢູ່ນອກເຂດ Gaza ແຕ່ວ່າບໍ່ສາມາດອອກຈາກເຂດນີ້ໄດ້ ຍ້ອນບັນດາດ່ານຊາຍແດນຖືກປິດ. WHO ກ່າວເຕື່ອນວ່າ ບັນດາສູນການແພດຢູ່ເຂດ Gaza ມີຄວາມສ່ຽງ ເຄື່ອນໄຫວເກີນຄວາມສາມາດ ຍ້ອນວ່າບັນດາຮາກຖານນີ້ ຖືກເປເພຢ່າງຮ້າຍແຮງ ພາຍຫຼັງການປະທະກັນດັ່ງກ່າວ. ບັນດາອົງການຕ່າງໆກໍ່ສ່ອງແສງບັນດາຄວາມຫຍຸ້ງຍາກ ໃນວຽກງານໜູນຊ່ວຍດ້ານມະນຸດສະທຳ ແລະ ສະໜອງຢຸກຢາ ໃຫ້ແກ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ