ການເຄື່ອນໄຫວກຸສົນຂອງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ກຳປູເຈຍ

ການເຄື່ອນໄຫວກຸສົນຂອງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ກຳປູເຈຍ - ảnh 1
ມອບ​ຂອງຂວັນໃຫ້​ພໍ​່ແມ່​ປະຊາຊົນ​ຊາວ​ຫວຽດນາມ
ອາ​ໄສ​ຢູ່ກຳ​ປູ​ເຈຍ ​ແລະ ຄົນ​ທຸກ​ຍາກ​ກຳປູ​ເຈຍ
(ພາບ: TTXVN)


(vovworld) – ວັນ​ທີ 25/01, ຢູ່​ວັດ Ounalom, ນະຄອນຫຼວງ​ພະນົມ​ເປັນ, ປະ​ເທດ​ກຳປູ​ເຈຍ, ຄະນະ​ປະຕິບັດ​ງານ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ 500 ພູດທີ່​ມີ​ມູນ​ຄ່າ 25.000 USD ​ໃຫ້​ພໍ​່ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​ເຈຍ ​ແລະ ຄົນ​ທຸກ​ຍາກ​ກຳປູ​ເຈຍ. ​ຂອງ​ຂວັນ​ດັ່ງກ່າວ​ໄດ້​ປະ​ກອບ​ສ່ວນ​ໜູນ​ຊ່ວຍບັນດາ​ຄອບຄົວ​ຊາວ​ຫວຽດນາມ ອາ​ໄສ​ຢູ່ກຳ​ປູ​ເຈຍ ​ໃນ​ໂອກາດ​ຕ້ອນຮັບ​ບຸນປີ​ໃໝ່ປີ​ມະ​ແມ 2015. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພະ​ອາຈານ​ໃຫຍ່ ທິ໋ກດຶກ​ທ້ຽນ, ​ເລຂາ​​ທິການ​ໃຫຍ່ສະພາ​ບໍລິຫານ​ງານ​ສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ຢືນຢັນ​ວ່າ, ປະຊາຊົນ​ຫວຽດນາມ ​ແລະ ກຳປູ​ເຈຍ ມີ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​​ເຊິ່ງ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງຜ່ານ​ຫຼາຍ​ລຸ້ນຄົນ. ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ  ຈະ​ສືບ​ຕໍ່​ສົມ​ທົບ​ກັບສະມາຄົມ​ພຸດທະ​ສາສະໜາກຳປູ​ເຈຍ ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ, ໜູນ​ຊ່ວຍການ​ດຳລົງ​ຊີວິດ​ບັນດາ​ພຸດທະສາສະນິກກະ​ຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່ກຳ​ປູ​ເຈຍ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ