​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) -ເນື່ອງໃນໂອກາດລະນຶກເຖິງ 75 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022), ການນຳຂັ້ນສູງ ຫວຽດນາມ ໄດ້ມີການເຄື່ອນໄຫວຫຼາຍຢ່າງ. 
​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີມອບນາມມະຍົດ (ພາບ: TTXVN)

ໃນຕອນເຊົ້າວັນທີ 23 ກໍລະກົດ, ຢູ່ ນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 60 ປີ ແລະ ມອບນາມມະຍົດ ວິລະຊົນ ກຳລັງປະກອບອາວຸດປະຊາຊົນ ສະໄໝຕໍ່ສູ້ກູ້ຊາດຕ້ານ ອາເມລິກາ ໃຫ້ແກ່ຄະນະສຸຂາພິບານປະຊາຊົນ ເຂດ 5. ໃນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຄະນະສຸຂາພິບານປະຊາຊົນ ໄດ້ຕິດພັນກັບການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ.

​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະໄປຖະຫວາຍດອກໄມ້, ຈູດທູບໄວ້ອາໄລ ຢູ່ເຂດປູຊະນີຍະສະຖານ ປະຫວັດສາດແຫ່ງຊາດ ຈວງໂບ່ນ

ສ່ວນ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງ ສູນກາງ ໄດ້ຖະຫວາຍດອກໄມ້, ຈູດທູບໄວ້ອາໄລຢູ່ວິຫານ ຈູງເຊີນ ແລະ ຖະຫວາຍດອກໄມ້, ຈູດທູບໄວ້ອາໄລປະທານ ໂຮ່ຈີມິນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ຢູ່ບ້ານກິມລຽນ, ເມືອງນາມດານ, ແຂວງ ເງະອານ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະກໍໄດ້ໄປຖະຫວາຍດອກໄມ້, ຈູດທູບໄວ້ອາໄລ ຢູ່ເຂດປູຊະນີຍະສະຖານ ປະຫວັດສາດແຫ່ງຊາດ ຈວງໂບ່ນ ຢູ່ຕາແສງ ໝີເຊີນ, ເມືອງໂດເລືອງ.

ແລະ ໃນຕອນເຊົ້າວັນດຽວກັນ, ທ່ານ ຫງວຽນຈ້ອງເຫງ໊ຍ ຫົວຫນ້າ ຄະນະໂຄສະນາສຶກສາສູນກາງ ໄດ້ໄປໄວ້ອາໄລ ຈູດທູບທຽນ ຢູ່ ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ແຫ່ງຊາດເຈື່ອງເຊີນ, ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ແຫ່ງຊາດ ທາງເລກ 9 ແລະ ອະນຸສາວະລີນັກຮົບເສຍສະຫລະຊີວິດເພື່ອຊາດ ກຳແພງເກົ່າ ກວ໋າງຈິ. ທ່ານ ຫງວຽນຈ້ອງເຫງ໊ຍ ໄດ້ມອບຂອງຂວັນ 50 ພູດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຍາດຕິພີ່ນ້ອງນັກຮົບເສຍສະຫລະຊີວິດເພື່ອຊາດ ຢູ່ ເມືອງ ຈ້ຽວຟອງ.

​ການ​ເຄື່ອນ​ໄຫວ​ຂອງ​ການ​ນຳ​ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ລະ​ນຶກ​ເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 3ທ່ານ ຫງວຽນຈ້ອງເຫງ໊ຍ ຫົວຫນ້າ ຄະນະໂຄສະນາສຶກສາສູນກາງ ໄປໄວ້ອາໄລ ຈູດທູບທຽນ ຢູ່ ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ແຫ່ງຊາດເຈື່ອງເຊີນ

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຂອງຄະນະພັກການທະຫານສູນກາງ ກະຊວງປ້ອງກັນປະເທດຫວຽດນາມ ໂດຍພົນໂທ ຫງວຽນເຕີນເກືອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວຫນ້າ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ທະຫາຍເຈັບປ່ວຍ, ເສຍອົງຄະຢູ່ສູນປິ່ນປົວບຳລຸງສຸຂະພາບ ໃຫ້ທະຫານເສຍອົງຄະ ຢູ່ ແຂວງ ຮ່ານາມ.

ຕອບກັບ

ຂ່າວ/ບົດ​ອື່ນ