ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃນການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ

ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໃນການຢ້ຽມຢາມ ຮູງກາຣີ ຢ່າງເປັນທາງການ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລ​ະ ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ Jakab Istvan

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຮຸງ​ກາ​ຣີ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 10/4, ຢູ່​ນະ​ຄອນ Pudapest, ທ່ານ​ທາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​​ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ Laszlo Kover . ທ່ານ​ທາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຢື​ນ​ຢັນ​ວ​່າ ຫວຽດ​ນາມ​ສະ​ໜັບ​ສະ​ໜູ​ນ​ຮຸງ​ກາ​ຣີ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ.ປ.ຊ ອາ​ຍຸ​ການ 2017-2019. ສ່ວນ ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ Laszlo Kover ເນັ້ນ​ໜັກ​ວ່າ ຮຸງ​ກາ​ຣີ​ຖື​ຫວຽດ​ນາມ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນັບ​ແຕ່​ປີ 2010.

 2 ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບບັນ​ດາແຜນ​ການຮ່ວມ​ມື 2 ຝ່າຍ, ໃນ​ນັ້ນ ມີ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ເສດ​ຖະ​ກິດ, ການ​ຄ້າ, ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ, ງານ​ວາງ​ສະ​ແດງ​ເພື່ອ​ແນະ​ນຳ​ຜະ​ລິດ​ຕະ​ພັນ​ຂອງ​ແຕ່​ລະ​ປະ​ເທດ. 2 ຝ່າຍ​ເຫັນ​ດີ​ໃນ​ໄລ​ຍະ​ທີ່​ຈະ​ເຖິງ, ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ກຸ່ມ​ສ.ສ.ຊ ມິດ​ຕະ​ພາບ…..

    ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ທາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ  ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຸງ​ກາ​ຣີ Laszlo Kover ໄດ້​ມີ​ການ​ປະ​ຊຸມ​ນັກ​ຂ່າວ ໂດຍ​ແຈ້ງ​ໃຫ້​ຊາບຜົນ​ຂອງການ​ເຈ​ລະ​ຈາ.

ກ່ອນ​ໜ້ານັ້ນ​ໃນຕອນ​ບ່າ​ຍ​ວັນ​ທີ 9/4, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສຢູ່ ຮູງ​ກາ​ຣີ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ ຮູງ​ກາ​ຣີ ຄັ້ງ​ນີ້​ເພື່ອ​ແນ​ໃສ່​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ ຮູງ​ກາ​ຣີ ເວົ້າ​ລວມ ແລະ ກັບ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ ເວົ້າ​ສະ​ເພາະ; ກໍ່​ຄື​ແງ່​ຫວັງ​ການ​ຮ່ວມ​ມື​ໃໝ່​ໃນ​ການ​ພົວ​ພັນ 2 ຝ່າຍ ແລະ ການ​ຮ່ວມ​ມື​ສາ​ກົນ​​ເລິກ​ເຊິ່ງ​ກ່​ວາ​ອີກ. ທ່ານ​ນາງ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ ພັກ, ລັດ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ຫງວນ​ຄວາ​ມ​ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຂອງ ຫວຽດ​ນາມ ​ປະ​ຈຳ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ ພິ​ເສດ​ແມ່ນ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຮັບ​ໃຊ້​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

    ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 9/4, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ນະ​ຄອນ Szentendre, ນະ​ຄອນ ແຮກ​ສ່ຽວ​ກັບ​ນະ​ຄອນ ໂຫ້ຍ​ອານ, ແຂວງ ກວາງ​ນາມ, ຫວຽດ​ນາມ.

    ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນຫຼວງ Budapest, ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ Jakab Istvan. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຂອບ​ອົກ​ຂອບ​ໃຈ​ບັນ​ດາ​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ, ມີ​ປະ​ສິດ​ທິ​ຜົນ​ເຊິ່ງ​ປ​ະ​ຊາ​ຊົນ ຮູງ​ກາ​ຣີ​ ສະ​ຫງ​ວນ​ໃຫ້​ແກ່​ປະ​ຊາ​ຊົນ​ ຫວຽດ​ນາມ ໃນ​ພ​າ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ກ່ອນນີ້ ແລະ ​ໃນການ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ໃນ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ, ການ​ທູດ​ຂອງ ຮູງ​ກາ​ຣີ  ແລະ ຫວ​ຽດ​ນາມ ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ ແລະ ແທດ​ຈິງ.

                             


ຕອບກັບ

ຂ່າວ/ບົດ​ອື່ນ