ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວແມ່ນບໍ່ມີເຂດກຳນົດ.
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກຢູ່ CSIRO
(ພາບ: TTXVN)

        ຕອນເຊົ້າວັນທີ 08 ມີນາ, ຢູ່ນະຄອນຫຼວງ Canberra, ໂດຍສືບຕໍ່ລາຍການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກຳ ອົດສະຕາລີ (CSIRO), ເຊິ່ງແມ່ນໜຶ່ງໃນບັນດາອົງການວິທະຍາສາດ - ເຕັກໂນໂລຊີຫຼາຍຂະແໜງໃຫຍ່ທີ່ສຸດໃນໂລກ.

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຂອບໃຈ CSIRO ທີ່ຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດນັບແຕ່ຊຸມປີ 1980. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວແມ່ນບໍ່ມີເຂດກຳນົດ. ສະນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍສ້າງບັນດາໂຄງການລະອຽດຈາກແຫຼ່ງທຶນລົງທຶນ 2 ຕື້ USD ຂອງ ອົດສະຕາລີ ມອບໃຫ້ແກ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ທ່ານປາດຖະໜາວ່າ ການຮ່ວມມືກັບ CSIRO ຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ດີງາມໃນຊຸມປີຜ່ານມາໃຫ້ຫຼາຍກວ່າເກົ່າ, ຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືຢ່າງແທດຈິງ, ມຸ່ງໄປສູ່ຂົງເຂດຈຸດສຸມ ແລະ ບັນລຸໝາກຜົນລະອຽດ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສການສຶກສາ ຫວຽດນາມ - ອົດສະຕາລີ)

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນຫຼວງ Canberra,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ແລະ ເຂົ້າຮ່ວມເວທີປາໄສການສຶກສາ ຫວຽດນາມ - ອົດສະຕາລີ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ການຮ່ວມມືດ້ານການສຶກສາ ຫວຽດນາມ - ອົດສະຕາລີ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນ ພາຍຫຼັງກວ່າເຄິ່ງທົດສະວັດທີ່ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ກ່ຽວກັບການກຳນົດທິດຈຸດສຸມໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສືບຕໍ່ຍູ້ແຮງການຮ່ວມມືດ້ານການສຶກສາ - ບຳລຸງສ້າງໃຫ້ແທດຈິງ, ມີປະສິດທິຜົນ, ຮອບດ້ານ.

        ທ່ານນາຍົກລັດຖະມົນຕີ ຊົມເຊີຍເລື່ອງກະຊວງສຶກສາ ແລະ ບຳລຸງສ້າງຂອງ 2 ປະເທດສ້າງຕັ້ງກຸ່ມປະຕິບັດງາມລວມ ເພື່ອໜູນຊ່ວຍມະຫາວິທະຍາໄລແຫ່ງຕ່າງໆຂອງ ອົດສະຕາລີ ສ້າງຕັ້ງສາຂາຢູ່ ຫວຽດນາມ ແລະ ເຊື່ອໝັ້ນວ່າ, ກຸ່ມຈະສ້າງເງື່ອນໄຂສະດວກ ແລະ ຊຸກຍູ້ຄວາມມານະພະຍາຍາມເພີ່ມຈຳນວນມະຫາວິທະຍາໄລສ້າງຕັັ້ງສາຂາຢູ່ ຫວຽດນາມ ຢ່າງມີປະສິດທິຜົນ.

        “ຂ້າພະເຈົ້າປາດຖະໜາ ແລະ ເຊື່ອໝັ້ນວ່າ, ພາຍຫຼັງເວທີປາໄສຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ - ອົດສະຕາລີ ໃນມື້ນີ້, ໄລຍະໃໝ່ໃຫ້ແກ່ການຮ່ວມມືດ້ານການສຶກສາ - ບຳລຸງສ້າງຂອງ 2 ຝ່າຍຈະສືບຕໍ່ພັດທະນາເປັນຢ່າງດີ, ໝັ້ນຄົງ, ຍາວນານ, ສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເຊິ່ງ 2 ປະເທດຫາກໍ່ສ້າງຕັ້ງຂຶ້ນ. ຂ້າພະເຈົ້າຫວັງວ່າ, ໃນອະນາຄົດ, ພວກເຮົາຈະໄດ້ເຫັນບັນດາໂຄງການທຽບເທົ່າກັບພາກພື້ນ, ເປັນສັນຍາລັກໃຫ້ແກ່ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ ຂັ້ນມະຫາວິທະຍາໄລ ຫວຽດນາມ - ອົດສະຕາລີ.”

ຕອບກັບ

ຂ່າວ/ບົດ​ອື່ນ