ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຈີນຢູ່ຫວຽດນາມ

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຈີນຢູ່ຫວຽດນາມ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີຈີນ
ຫລີ​ເຄີ​ຊຽງ
ພາບ:internet



(vovworld)- ​​ເນື່ອງ​ໃນ​ໂອກາດ​ການຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ​ນາຍົກ​ລັດຖະມົນຕີ ສປ ຈີນ ຫລີ​ເຄີ​ຊຽງ, ຫວຽດນາມ ​ແລະ ຈີນ ອອກ​ຖະ​ແຫລ​ງການ​ຮ່ວມ ຢືນຢັນ ຈະ​ເຮັດ​ໃຫ້ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ -ຈີນ ​ໃນ​ໄລຍະ​ໃຫມ່​ໃຫ້​ເລິກ​ເຊິ່ງກວ່າ. ສອງ​ຝ່າຍຢືນຢັນ​ຈະ​ປະຕິ​ດຕາມ​ຄວາມ​ຮັບ​ຮູ້​ລວມຊື່​ງການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ບັນລຸ​ໄດ້, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ. ສອງ​ຝ່າຍ​ ຕີ​ລາຄາ​ສູງ​ບົດ​ບາດສຳ​ຄັນ​ຂອງ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ນຳ​ໃຊ້​ກົນ​ໄກ​ຂອງ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ຈີນ, ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ບັນດາ​ຂົງ​ເຂດ, ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຜັນ​ຂະຫຍາຍ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ເປັນ​ຢ່າງ​ດີ.  ສອງ​ຝ່າຍ​ເຫັນ​ດີ ປະຕິບັດ“​ແຜນການ​ພັດທະນາການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ຫວຽດນາມ - ຈີນ​ໄລຍະ 2012-1016, ຊຸກ​ຍູ້​ໂຄງການ​ກໍ່ສ້າງ​ເສັ້ນທາງ​ດ່ວນ ມອງ​ກາຍ- ຮ້າ​ລອງ ​ໂດ​ຍ​ໄວ ​ແລະ ຍູ້​ແຮງ​ວຽກ​ງານ​ເລີ່​ມປະຕິບັດ​ການ​ຄົ້ນ​ຄ້ວາ​ຄວາມ​ເປ​ັນ​ໄປ​ໂຄງການ​ກໍ່ສ້າງສາຍ​ທາງ​ລົດ​ໄຟ ລາວ​ກາຍ-​ຮ່າ​ໂນ້ຍ-ຫາຍ​ຟ່ອງ. ສອງ​ຝ່າຍ​ເຫັນ​ດີ​ປະຕິບັດ “ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ການ​ກໍ່ສ້າງ​ບັນດາ​ເຂດ​ຮ່ວມ​ມື​ເສດຖະກິດ​ຜ່ານ​ຊາຍ​ແດນ”, ຕັ້ງຫນ້າ​ຄົ້ນ​ຄ້ວາ​ການ​ເຈລະຈາ​​ເຊັນ​ສັນຍາ​ການ​ຄ້າ​ຊາຍ​ແດນ​ຫວຽດນາມ- ຈີນ ສະບັບ​ປັບປຸງ. ສອງ​ຝ່າຍ​ເຫັນ​ດີ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ ຜະລິດ​ຕະພັນ​ກະ​ເສດ ​ແລະ ສັນຍາ​ເປີດ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຂອງ​ທັງ​ສອງ​ປະ​ເທດ. ກ່ຽວ​ກັບ​ການ​ຮ່ວມ​ມື​ບົນ​ທະ​ເລ: ສອງ​ຝ່າຍ​ເຫັນ​ດີ ປະຕິບັດ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂບັນຫາ​ບົນ​ທະ​ເລ​ຫວຽດນາມ - ຈີນ, ນຳ​ໃຊ້​ກົນ​ໄກ​ເຈລະຈາ​ຂັ້ນ​ລັດຖະບານ​ກ່ຽວ​ກັບ​ຊາຍ​ແດນ​ຫວຽດນາມ - ຈີນ ​ເປັນ​ຢ່າງ​ດີ.ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານ ​ແລະ ສົມທົບ​ທີ່​ບັນດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ​ຄື: ສປຊ, ອົງການ​ການ​ຄ້າ​ໂລກ, ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ ປາຊີ​ຟີ​ກ, ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ- ​ເອີ​ລົບ, ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ຈີນ, ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ +3 ກັບ​ຈີນ - ຍີ່​ປຸ່ນ - ສ​ເກົາຫລີ, ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ. ສອງ​ຝ່າຍ​ເຫັນ​ດີ​ປະຕິບັດ ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກຍູ້​ການ​ຮ່ວມ​ມື ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ.

ນາຍົກລັດຖະມົນຕີ​ຫລີ​ເຄີ​ຊຽງ​ພົບ​ປະ​ແລ​ກປ່ຽນ​ກັບ​ນັກ​ສຶກສາ​ຢູ່​ຮ່າ​ໂນ້ຍ

        ຕອນ​ເຊົ້າ​ວັນ​ທີ 15/10, ສືບ​ຕໍ່​ການ​ຢ້ຽມຢາມ​ຫວຽດນາມ​ຢ່າ​ງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີຫລີ​ເຄີ​ຊຽງ ​ໄດ້​ພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາ​ມະຫາວິທະຍາ​ໄລ ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ.  ນະ​ທີ່​ນີ້ ທ່ານ​ນາຍົກລັດຖະມົນຕີ ຫລີ​ເຄີ​ຊຽງ ​ແບ່ງປັນ​ກັບ​ນັກຮຽນ​ກ່ຽວ​ກັບ​ສາຍ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ຈີນ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢືນຢັນ​ວ່າ: ຊາວ​ຫນຸ່ມ, ນັກ​ສຶກສາ ​ແມ່ນ​ຜູ້​ສືບ​ທອດ, ພັດທະນາ​ນ້ຳ​ໃຈ​ມິດຕະພາບ ​ແລະ ສາຍ​ພົວພັນ​ບ້ານ​ໃກ້​​ເຮືອນຄຽງ​ໃນ​ອະນາຄົດ.

 ຕອນ​ທ່ຽງ​ວັນດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ ​ແລະ ນາຍົກລັດຖະມົນຕີ ​ຫລີ​ເຄີ​ຊຽງ ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ພົບປະ​ແລກປ່ຽນ​ກັບ​ວິ​ສາ​ຫະກິດ​ຫວຽດນາມ - ຈີນ.

ຕອນ​ບ່າຍ ວັນ​ທີ 15/10, ທ່ານ​ນາຍົກລັດ​ຖະມົນຕີ​ຈີນ ຫລີ​ເຄີ​ຊຽງ ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ຈົບງາມ

ຂ່າວ/ບົດ​ອື່ນ