ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ວໍຊິງຕັນດີຊີເນື່ອງໃນໂອກາດຢ້ຽມຢາມອາເມລິກາ

(VOVWORLD) -ຫວຽດນາມ ຖືການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ກັບອາເມລິກາ ເປັນສຳຄັນທີ່ສຸດ ແລະ ພ້ອມແລ້ວທີ່ຈະແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢູ່ວໍຊິງຕັນດີຊີເນື່ອງໃນໂອກາດຢ້ຽມຢາມອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບ ທ່ານ Sonny Pedue ລັດຖະມົນຕີກະຊວງກະສິກຳ ອາເມລິກາ

ໃນຂອບເຂດການຢ້ຽມຢາມອາເມລິກາຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຕອນບ່າຍວັນທີ 30 ພຶດສະພາ ຢູ່ ວໍຊິງຕັນ ດີຊີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານ Robert Linghthizer ຜູ້ຕາງຫນ້າການຄ້າ ອາເມລິກາ  ແລະ ທ່ານ Sonny Pedue ລັດຖະມົນຕີກະຊວງກະສິກຳ ອາເມລິກາ, ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດໃຫຍ່, ວິສາຫະກິດແຖວຫນ້າຂອງ ອາເມລິກາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ງານລ້ຽງເພື່ອຂ່ຳນັບຮັບຕ້ອນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍຫ້ອງການການຄ້າ ອາເມລິກາ (USCC) ແລະ ສະພາວິສາຫະກິດ ອາເມລິກາ ແລະ ອາຊຽນ (USABC) ເປັນປະທານຮ່ວມ.

ທີ່ການພົບປະກັບ ທ່ານ Robert Linghthizer ຜູ້ຕາງຫນ້າການຄ້າ ອາເມລິກາ ແລະ ທ່ານ Sonny Pedue ລັດຖະມົນຕີກະຊວງກະສິກຳ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຖືການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ກັບອາເມລິກາ ເປັນສຳຄັນທີ່ສຸດ ແລະ ພ້ອມແລ້ວທີ່ຈະແລກປ່ຽນບັນດາມາດຕະການເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ຈະສ້າງເງື່ອນໄຂສະດວກກວ່າອີກໃຫ້ສິນຄ້າ ອາເມລິກາ ຢູ່ ຕະຫລາດຫວຽດນາມ ແລະ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງ ການລົງທຶນ ດຳເນີນທຸລະກິດ ສຳລັບວິສາຫະກິດ ອາເມລິກາ ດຳເນີນທຸລະກິດຢູ່ຫວຽດນາມ.

ທ່ານ Robert Linghthizer ຜູ້ຕາງຫນ້າການຄ້າ ອາເມລິກາ ແລະ ທ່ານ Sonny Pedue ລັດຖະມົນຕີກະຊວງກະສິກຳ ອາເມລິກາ ເຫັນດີໂດຍຖືວ່າ: ພື້ນຖານເສດຖະກິດສອງປະເທດໄດ້ເພີ່ມເຕີມໃຫ້ກັນ ແລະ ໃຫ້ຮູ້ວ່າ ຝ່າຍອາເມລິກາ ຖື ການພົວພັນດ້ານເສດຖະກິດ ການຄ້າກັບຫວຽດນາມ ເປັນສຳຄັນ, ຊົມເຊີຍເລື່ອງຫວຽດນາມ ສືບຕາມນະໂຍບາຍສະເໝີຕົ້ນສະເຫມີປາຍກ່ຽວກັບການປະຕິຮູບເສດຖະກິດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດ ອາເມລິກາ ດຳເນີນທຸລະກິດ ແລະ ລົງທຶນຢູ່ຫວຽດນາມ.

ໃນຕອນບ່າຍວັນດຽວກັນ, ຢູ່ ວໍຊິງຕັນ ດີຊີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວຫນ້າຂອງ ອາເມລິກາ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ສືບຕໍ່ຕັດສິນໃຈປ່ຽນໃຫມ່, ເຊື່ອມໂຍງເຂົ້າກັບໂລກ ແລະ ປະຕິບັດບັນດາມາດຕະການຕາມມາດຕະຖານການຄ້າຢ່າງຍຸຕິທຳ. ບັນດາວິສາຫະກິດ ອາເມລິກາ ຢືນຢັນ: ສະຫນັບສະຫນູນຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະ ຕີລາຄາສູງບັນດານະໂຍບາຍຂອງລັດຖະບານຫວຽດນາມໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີບັນດາວິສາຫະກິດ ອາເມລິກາ ດຳເນີນທຸລະກິດ ແລະ ລົງທຶນຢູ່ຫວຽດນາມ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີ ປາຊີຟີກ.

ຫວູຢຸ໋ງ, ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ