ການເຄື່ອນໄຫວຂອງທ່ານປະທານປະເທດເຈີ່ນດ້າຍກວາງໃນຂອບເຂດການຢ້ຽມຢາມກຳປູເຈຍ

ການເຄື່ອນໄຫວຂອງທ່ານປະທານປະເທດເຈີ່ນດ້າຍກວາງໃນຂອບເຂດການຢ້ຽມຢາມກຳປູເຈຍ - ảnh 1
(ທ່ານ​ປະ​ທານ​ປະ​ເທດ​ ເຈີ່​ນດ້າຍກວາງ
​ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ຢູ່ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ)


(vovworld)- ​ໃນຕອນ​ເຊົ້າ ​ວັນ​ທີ 15/6, ທ່ານ​ປະ​ທານ​ປະ​ເທດ​ ເຈີ່​ນດ້າຍກວາງ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ຜູ​້​ແທນ​ຂັ້ນ​ສູງຫວຽດ​ນາມ ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ ຢ້ຽມ​ຢາມທາງ​ລັດ​ຖະ​ກິດ​ ຢູ່ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໃນ​ລະ​ຫວ່າງ ວັນ​ທີ 15 ແລະ 16/6. ກ່ອນ​ໜ້ານີ້, ໃນ​ຕອນ​ຄ່ຳ​ວັນ​ທີ 14/6 ພາຍຫຼັງ​ເດີນ​ທາງ​ເຖິງ​ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ​ປະ​ທານ​ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ, ໂອ​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ແລະ ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​​ ທີ່​ພວມ ອາ​ໄສ, ເຮັດ​ວຽກ ແລະ ຮ່ຳ​ຮຽນ ຢູ່ ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ. ທີ່​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ, ທ່ານ​ປະ​ທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ ສະ​ເໜີ​ວ່າ: ​ຄຽງ​ຄູ່​ກັບ​ໜ້າ​ທີ່​ການ​ພົວ​ພັນ​ຕ່າງ​ປ​ະ​ເທດ ກ່ຽວ​ກັບ​ດ້ານ​ການ​ເມືອງ, ສະ​ຖານ​ທູດ ແລະ ບັນ​ດາ​ອົງ​ການຕາງ​ໜ້າ​ຂອງ​ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ ການ​ພົວ​ພັນດ້ານເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການພັດ​ທະ​ນາ​ຮອບ​ດ້ານບັນ​ດາ​ການ​ພົວ​ພັນ ລະ​ຫວ່າງ ສອງ​ປະ​ເທດ ​ຫວຽດ​ນາມ ແລະ ກຳ​ປູ​ເຈ​ຍ. ໃນປີ 2017, ຈະສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​​ທາງການ​ທູດລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຄົບ​ຮອບ 50 ປີ, ສະ​ຖານ​ທູດ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງໜ້າ​ຂອງ​ຫວຽດ​ນາມ ຈຳ​ເປັນ​ຕ້ອງ​ສືບ​ຕໍ່ສວມ​ບົດ​ບາດ, ເປັນຂົວ​ຕໍ່, ຈັດຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ທີ່​ມີ​ຄວາມ​​ໝາຍ​ສຳ​ຄັນ​ໃຫ້​ເປັນ​ຢ່າງ​ດີ.

        ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ ​ພໍ່​ແມ່​ພີ່​ນ້ອງ​ຮ່ວມ​ຊາດ​ທີ່​ອາ​ໄສ​ຢູ່​​ຕ່າງ​ປະ​ເທດ​ ຍາມ​ໃດ​ກໍ່​ສາ​ມັກ​ຄີ, ສະ​ໜິດ​​ຕິດ​ພັນ, ໜູນ​ຊ່ວຍ, ຊ່​ວຍ​ກັນ​ໃນ​ການ​ດຳ​ລົງ​ຊີ​ວິດໃຫ້ມີ​ສະ​ຖຽນ​ລະ​ພາບ ແລະ ເຊື່ອມ​ໂຍງ​ເຂົ້າກັບ​ສັງ​ຄົມ, ​​ປະ​ຕິ​ບັດ​ຕາມ​ລະ​ບຽບ​ກົດ​ໝາຍ​ປະ​ເທດ​​ປະ​ຈຳ​​ຖິ່ນ; ປົກ​ປັກ​ຮັກ​ສາ ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​​ທຳ​ທີ່​ເປັນມູນ​ເຊື້ອ​ຊົນ​ຊາດ​ຫວຽດນາມ ແລະ ​ຍາມ​ໃດ​ກ​ໍ່​ອ່ວາຍ​ໜ້າ​ສູ່​ບ້ານ​ເກີດ​ເມື​ອງນອນ.

        ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຂອງ​ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ກໍ່ສະ​ແດງ​​ໃຫ້​ເຫັນຄວາມ​ຖື​ເປັນ​ສຳ​ຄັນ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ກຳ​ປູ​ເຈຍ ​ໃຫ້ຂື້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ