ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢູ່ ກຳປູເຈຍ

(VOVWORLD) -ກ່ຽວກັບບັນດາບັນຫາສາກົນ, ການນຳ 2 ທ່ານຖືວ່າ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຕ້ອງເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ
ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢູ່ ກຳປູເຈຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ  Hun Sen
(ພາບ: TTXVN)

ໂດຍສືບຕໍ່ການເຄື່ອນໄຫວໃນການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43, ຕອນເຊົ້າວັນທີ 20 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen.

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ Hun Sen ປາດຖະໜາວ່າ ອົງການນິຕິບັດຍັດຂອງ 2 ປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ວິຊາສະເພາະໃນຂົງເຂດສ້າງກົດໝາຍ, ຮ່ວມມືຕິດຕາມກວດກາການປະຕິບັດບັນດາສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວ.

ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ Hun Sen ສືບຕໍ່ເອົາໃຈໃສ່, ຊີ້ນຳການຊຸກຍູ້ການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເຂດຊາຍແດນ, ການຄ້າ, ການລົງທຶນ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ…

ກ່ຽວກັບບັນດາບັນຫາສາກົນ, ການນຳ 2 ທ່ານຖືວ່າ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຕ້ອງເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ມານະພະຍາຍາມຮັກສາຄວາມສາມັກຄີ, ເປັນເອກະພາບ, ຮັກສາຫຼັກການເຫັນດີເຫັນພ້ອມ ແລະ ຢືນຢັນບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ; ເຄົາລົບບັນດາຫຼັກການຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານນາງຮອງນາຍົກລັດຖະມົນຕີ, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ Men Sam An. ທີ່ການຕ້ອນຮັບ, ການນຳ 2 ທ່ານເຫັນດີນຳກັນວ່າ  ໃນໄລຍະຈະມາເຖິງ, ຄວນເພີ່ມທະວີການຮ່ວມມືໃນຫຼາຍຊ່ອງ, ໃນນັ້ນ ມີການຮ່ວມມືລະຫວ່າງລັດຖະສະພາ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນມີເສັ້ນຊາຍແດນລວມ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ