ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂອງ ສປຊ

(VOVWORLD) - ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ, ວັນທີ 22 ກັນຍາ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບທ່ານນາງລັດຖະມົນຕີການຕ່າງປະເທດ Colombia Maria Angela Holguin ເປັນປະທານກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບລັດຖະມົນຕີການຕ່າງປະເທດບັນດາປະເທດຂຶ້ນກັບ ພັນທະມິດ ປາຊີຟິກ (PA).
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂອງ ສປຊ - ảnh 1 ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ

ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ 2 ຝ່າຍສຸມໃສ່ຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການພົວພັນແລກປ່ຽນ ປະຊາຊົນ, ວິທະຍາສາດ, ເຕັກໂນໂລຢີ ແລະ ການພັດທະນາແບບຍືນຍົງ, ຜ່ານນັ້ນ ສ້າງກຳລັງຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍໃຫ້ແທດຈິງກ່ວາອີກ. ເມື່ອສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ພັນທະມິດ ປາຊີຟິກ ໄດ້ຮັບຮອງເອົາແຜນການປະຕິບັດງານ ອາຊຽນ - PA ໄລຍະ 2017 – 2018.

        ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ໄດ້ຕ້ອນຮັບທ່ານ Thomas Shannon, ຮອງລັດຖະມົນຕີຮັບຜິດຊອບການເມືອງຂອງກະຊວງການຕ່າງປະເທດ ອາເມລິກາ, ພົບປະກັບນາຍົກລັດຖະມົນຕີ Macedonia, ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ບຸນກາຣີ ແລະ ພົບປະກັບລັດຖະມົນຕີການຕ່າງປະເທດຂອງບັນດາປະເທດຄື: Albania, ອາຣັບບີ ຊາອຸດິ, ຮູງກາຣີ, ມາຣົກ, ຜູ້ອຳນວຍການບໍລິຫານເວທີປາໄສເສດຖະກິດໂລກ ແລະ ເລຂາທິການໃຫຍ່ຜູ້ປະຈຳການສານກຳມະການສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ