ການເຄື່ອນໄຫວຂອງເລຂາທິການໃຫຍ່ Nguyen Phu Trong ຢູ່ສິງຄະໂປ

ການເຄື່ອນໄຫວຂອງເລຂາທິການໃຫຍ່ Nguyen Phu Trong ຢູ່ສິງຄະໂປ - ảnh 1
ທ່ານເລຂາທິການ​ໃຫຍ່ Nguyen Phu Trong ທີ່​ສິງ​ຄະ​ໂປ
(ພາບ: chinhphu.vn)

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ສສິງ​ຄະ​ໂປ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກ ຫຼິ້ຊຽນຫຼົງ, ​ເລຂາທິການ​ໃຫຍ່​ພັກ​ກະທຳ​ປະຊາຊົນ​ສິງ​ຄະ​ໂປ, ຕອນ​ເຊົ້າ​ວັນ​ທີ 13/9, ທ່ານເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​​ໄປ​ຢ້ຽມຢາມ​ຄະນະ​ກຳມະການ​ພັດທະນາ​ເສດຖະກິດ​ສິງ​ຄະ​ໂປ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານເລຂາທິການ​ໃຫຍ່ Nguyen Phu Trong ສະ​ແດງ​ຄວາມປາຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ສິງ​ຄະ​ໂປ​ເວົ້າ​ລວມ ​ແລະ ຄະນະ​ພັດທະນາ​ເສດຖະກິດ​ເວົ້າ​ສະ​ເພາະ. ຕາມ​ທ່ານ​ເລຂາທິການ​ໃຫຍ່​ແລ້ວ, ​ໃນ​ຕໍ່ໜ້າ, ​ເມື່ອ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ຈະ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ການ​ພົວພັນ​ລະຫວ່າງຄະນະ​ກຳມະການ​ພັດທະນາ​ເສດຖະກິດ​ສິງ​ຄະ​ໂປກັບ​ບັນດາ​ອົງການ​ວາງ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ​ຍູ້​ແຮງ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ກວ່າ​ອີກ. ທ່ານ​ເລຂາທິການ​ໃຫຍ່​ເນັ້ນ​ໜັກ​ວ່າ, ປະ​ເທດ​ຫວຽດນາມ​ພັດທະນາ​ຈະ​ແມ່ນຕະຫຼາດ​ໃຫຍ່​ກວ່າ​ໃຫ້​ສິງ​ຄະ​ໂປ ​ແລະ ກົງກັນຂ້າມ. ຈາກ​ນັ້ນ​ທ່ານເລຂາທິການ​ໃຫຍ່ Nguyen Phu Trong  ກໍ່​ໄດ້​ໄປ​ຢ້ຽມຢາມ​ສູນ​ເຕັກ​ໂນ​ໂລ​ຢີສູງ ຟູ​ຊີ​ໂອ​ໂນ​ໂປ​ລິດ. ນະ​ທີ່​ນີ້, ທ່ານເລຂາທິການ​ໃຫຍ່ Nguyen Phu Trong ​ໃຫ້​ຮູ້​ວ່າ​ຈາກ​ບົດຮຽນ​ຂອງ​ສິງ​ຄະ​ໂປ, ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ​ໄດ້​ທາ​ບທາມ, ​ເອົາ​ໃຈ​ໃສ່ ​ແລະ ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ການ​ຄົ້ນ​ຄ້ວາ ​ແລະ ພັດທະນາ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ພະລັງງານ​ໄຟຟ້າ, ວິທະຍາສາດ​ຊີວະ​ສາດ, ການ​ຢາ, ​ເຕັກນິກ​ຂົນ​ສົ່ງ, ກົນ​ຈັກ​ຊັດ​ເຈນ… ທ່ານ​ຫວັງ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ​ບັນດາ​ສູນ​ຄົ້ນ​ຄ້ວາ​ວິທະຍາສາດ​ຫວຽດນາມ ​ແລະ ສິງ​ຄະ​ໂປ​ຈະ​ມີ​ການ​ຮ່ວມ​ມື​ນັບ​ມື້​ນັບ​ເລິກ​ເຊິ່ງ ກວ້າງຂວາງ ​ແລະ ​ແທດ​ຈິງ.

ຕອນ​ບ່າຍ​ວັນ​ທີ 13/9, ຢູ່​ສຳນັກງານ​ປະທານາທິບໍດີສິ່ງ​ຄະ​ໂປ, ທ່ານເລຂາທິການ​ໃຫຍ່ Nguyen Phu Trong ​​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ສິງ​ຄະ​ໂປ Tony TanKeng Giam, ​ປະທານາທິບໍດີ​ສິງ​ຄະ​ໂປ Tony TanKeng Giam ຢືນຢັນ​ວ່າການ​ຢ້ຽມຢາມ​ຂອງທ່ານເລຂາທິການ​ໃຫຍ່ Nguyen Phu Trong ​​​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ເປີດ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ​ເມື່ອ​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ການ​ນຳ​ທັງ​ສອງ​ທ່ານ​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ ​ແລະ ​ແຂງ​ແຮງ​ຂອງ​ການ​ພົວພັນ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ນັບ​ທັງ​ການ​ພົວພັນ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ. ການ​ນຳ​ທັງ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ທີ່​ຖື​ວ່າ ​ເລື່ອງ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2013 ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ, ສ້າງ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ​ຢ່າງ​ແຮງ ​ແລະ ກວ້າງຂວາງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ​ພັດທະນາ ຢູ່​ພາກ​ພື້ນ ​ແລະ ຢູ່​ໂລກ.

ຂ່າວ/ບົດ​ອື່ນ