ການເຄື່ອນໄຫວຊົມເຊີຍວັນບຸນວິສາຂະບູຊາ ພສ 2563 - ຄສ 2019

(VOVWORLD) -ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນໂຮ່ຈິມິນ, ສະມາຄົມພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດວັນບຸນວິສາຂະບູຊາ ພສ 2563 - ຄສ 2019.
ການເຄື່ອນໄຫວຊົມເຊີຍວັນບຸນວິສາຂະບູຊາ ພສ 2563 - ຄສ 2019 - ảnh 1 (ພາບປະກອບ: TTXVN)

ທີ່ພິທີ, ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ໄດ້ຫວນຄືນປະຫວັດສາດພຸດທະສາສະໜາ ທີ່ປະກົດຕົວກ່ອນນີ້ກວ່າ 25 ສະຕະວັດ.

        ແລະກໍ່ໃນຕອນເຊົ້າວັນທີ 19 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ໄປອວຍພອນສະມາຄົມພຸດທະສາສະໜານະຄອນໂຮ່ຈິມິນ ແລະ ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ. ທ່ານຮອງນາຍົກລັດຖະມົນຕີ ໄດ້ອວຍພອນຜົນສຳເລັດຂອງວັນບຸນວິສາຂະບູຊາຂອງສະຫະປະຊາຊາດ (Vesak) ຄັ້ງທີ 16 ແລະ ຖືວ່າ, ດ້ວຍຜົນສຳເລັດດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມເອົາໃຈໃສ່, ໜູນຊ່ວຍ, ສົມທົບກັນຂອງພັກ, ລັດ, ບັນດາທ້ອງຖິ່ນໃນການຈັດຕັ້ງບັນດາການເຄື່ອນໄຫວທາງດ້ານພຸດທະສາສະໜາ.

        ກ່ອນໜ້ານັ້ນ, ວັນທີ 18 ພຶດສະພາ, ຢູ່ວັດ ບ໊າຍດິ໊ງ, ແຂວງນິງບິ່ງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງ ນິງບິ່ງ ກໍ່ໄດ້ຈັດວັນບຸນວິສາຂະບູຊາ, ພສ 2563 - ຄສ 2019, ດ້ວຍການເຂົ້າຮ່ວມຂອງພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ທຸກສາລະທິດເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ