ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ

(VOVWORLD) - ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ - ảnh 1ການເຄື່ອນໄຫວກວດ, ປິ່ນປົວພະຍາດ ແລະ ແຈກຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ປະຊາຊົນ (ພາບ: baoquangtri.vn)

ໃນລະຫວ່າງວັນທີ 11 – 12 ທັນວາ, ຢູ່ດ່ານຊາຍແດນສາກົນ ລາວບາວ, ເມືອງ ເຮືອງຮ໊ວາ, ແຂວງ ກ໋ວາງຈິ  ແລະ ເມືອງເຊໂປນ, ແຂວງ ສະຫວັນນະເຂດ (ລາວ) ໄດ້ດຳເນີນລາຍການພົບປະແລກປ່ຽນມິດຕະພາບ ການປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1. ໂດຍຕອບສະໜອງເຫດການນີ້, ໃນຊຸມວັນຜ່ານມາ, ຄະນະແພດໝໍ ຂອງກົມເສນາຮັກ - ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ໂຮງໝໍກອງທັບແຂວງ ສະຫວັນນະເຂດ, ໂຮງໝໍກອງທັບ 109 ກອງທັບປະຊາຊົນ ລາວ ໄດ້ຈັດການກວດ, ປິ່ນປົວພະຍາດ ແລະ ແຈກຢຸກຢາ ໂດຍບໍ່ເສຍຄ່າ ໃຫ້ປະຊາຊົນຢູ່ເຂດຊາຍແດນ ເກືອບ 2000 ຄົນຢູ່ເມືອງ ເຮືອງຮ໊ວາ, ແຂວງ ກ໋ວາງຈິ  ແລະ ເມືອງເຊໂປນ, ແຂວງ ສະຫວັນນະເຂດ. ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.

ຕອບກັບ

ຂ່າວ/ບົດ​ອື່ນ