ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຢູ່ ຫວຽດ​ນາມ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ຕີລາຄາເຈດຕະນາດີຂອງສະພາແຫ່ງຊາດ ບຸນກາຣີ ທີ່ໄດ້ໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ກ່ອນໄປຢ້ຽມຢາມ ບຸນກາຣີ ຂອງທ່ານຫວ່າງມໍ່ໆມານີ້.
 
ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຢູ່ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov, ຢ້ຽມຢາມ ຫວຽດນາ ຢ່າງເປັນທາງການແຕ່ວັນທີ 5 – 9 ມັງກອນ. ຕອນເຊົ້າວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານພິທີຕ້ອນຮັບທາງການ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ ສອງປະເທດດຳເນີນການພົບປະເຈລະຈາ.

        ທີ່ການພົບປະເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານເຫັນດີເປັນເອກະພາບຖືວ່າ: ສອງຝ່າຍຈັດກອງປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ວິທະຍາສາດໃນປີນີ້ໂດຍໄວ, ເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງກັນ; ມານະພະຍາຍາມປະຕິບັດບັນດາຂໍ້ສະເໜີແນະຂອງຄະນະກຳມະການ ເອີລົບ (EC) ກ່ຽວກັບການພັດທະນາອາຊີບຫາປາແບບຍືນຍົງ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ ບຸນກາຣີ ຊຸກຍູ້ຄະນະກຳມະການ ເອີລົບ (EC) ຍົກເລີກ “ບັດເຫຼືອງ” (IUU) ສຳລັບສິນໃນນ້ຳຂອງ ຫວຽດນາມ. ສະພາແຫ່ງຊາດສອງປະເທດຄວນສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບໃນໄລຍະຈະມາເຖິງ.

        ກ່ຽວກັບການຮ່ວມມືທ້ອງຖິ່ນ, ປະທານສະພາແຫ່ງຊາດສອງທ່ານລ້ວນແຕ່ຢັ້ງຢືນວ່ານີ້ແມ່ນຈຸດທີ່ເປັນເອກະລັກສະເພາະຂອງສອງປະເທດ, ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດຮ່ວມມືໃນທຸກຂົງເຂດໃຫ້ດີກ່ວາອີກ.

        ຝ່າຍບຸນກາຣີ ຫວັງວ່າ: ການຮ່ວມມືແລກປ່ຽນການຄ້າກັບ ຫວຽດນາມ ໃນຂົງເຂດມີຄວາມສາມາດບົ່ມຊ້ອນ, ຄື: ເຕັກໂນໂລຊີສູງ, ການຢາ, ເຕັກໂນໂລຊີຂໍ້ມູນຂ່າວສານ, ປະດິດຄິດສ້າງ, ການທ່ອງທ່ຽວ; ບຸນກາຣີ ຈະແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ, ໜູນຊ່ວຍ ຫວຽດນາມ  ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ.

ພາຍຫຼັງການພົບປະເຈລະຈາລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov, ຢູ່ ຮ່າໂນ້ຍ, ການນຳສະພາແຫ່ງຊາດ 2 ທ່ານ ໄດ້ພົບປະກັບນັກຂ່າວສອງປະເທດເພື່ອແຈ້ງໝາກຜົນຂອງການພົບປະເຈລະຈາ.

ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຢູ່ ຫວຽດ​ນາມ - ảnh 2ປະທານສະພາແຫ່ງຊາດ ສອງປະເທດ ພົບປະກັບສື່ມວນຊົນ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ຕີລາຄາເຈດຕະນາດີຂອງສະພາແຫ່ງຊາດ ບຸນກາຣີ ທີ່ໄດ້ໃຫ້ສັດຕະຍາບັນ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ກ່ອນໄປຢ້ຽມຢາມ ບຸນກາຣີ ຂອງທ່ານຫວ່າງມໍ່ໆມານີ້. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ປາດຖະໜາວ່າ:

ສະພາແຫ່ງຊາດ ບຸນກາຣີ ຈະຊ່ວຍຂົນຂວາຍລັດຖະສະພາບັນດາປະເທດ ອີຢູ ໃຫ້ສັດຕະຍາບັນສັນຍານີ້ໂດຍໄວ ເພື່ອໃຫ້ສັນຍານີ້ ມີຜົນສັກສິດ ຈະສ້າງຂອບນິຕິກຳອັນໝັ້ນຄົງ ໃຫ້ແກ່ບັນດາວິສາຫະກິດ ອີຢູ, ໃນນັ້ນ ມີວິສາຫະກິດ ບຸນກາຣີ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ, ເພື່ອຜົນປະໂຫຍດຂອງທັງສອງຝ່າຍ.

ສ່ວນທ່ານປະທານສະພາແຫ່ງຊາດ ບຸນກາຣີ ໄດ້ເນັ້ນໜັກວ່າ:

ໃນໄລຍະທີ່ຈະມາເຖິງ, ສອງຝ່າຍໄດ້ເພີ່ມເຕີ່ມພຶ້ນຖານດ້ານນິຕິກຳດ້ານແຮງງານລະຫວ່າງສອງປະເທດ, ສ້າງພື້ນຖານເພື່ອໃຫ້ ບຸນກາຣີ ຮັບບັນດາແຮງງານ ຫວຽດນາມ; ກ່ຽວກັບການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ກໍ່ຄືແງ່ຫວັງການຮ່ວມມືມະຫາສະໝຸດ ອິນເດຍ-ປາຊີຟິກ ແລະ ໃນພາກພື້ນ ອາຊຽນ. ສອງຝ່າຍຕ້ອງມີຄວາມຮັບຜິດຊອບກ່ວາ ເພື່ອນຳໃຊ້ບັນດາຄວາມສາມາດບົ່ມຊ້ອນ ແລະ ຂໍ້ຕົກລົງທີ່ໄດ້ເຊັນແລ້ວ ໃນການຮ່ວມມືສອງຝ່າຍ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຢູ່ ຫວຽດ​ນາມ - ảnh 3ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ບຸນກາຣີ

ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ: ການຢ້ຽມຢາມຈະສ້າງກຳລັງໜູນຊຸກຍູ້ການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ບຸນກາຣີ; ພ້ອມທັງເປັນຂີດໝາຍສຳຄັນ, ເປີດສາກໃຫ້ຫຼາຍເຫດການເຊິ່ງສອງປະເທດຈະຈັດຂຶ້ນເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1950 – 2025), ຜ່ານນັ້ນເພີ່ມທະວີຊຸກຍູ້ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.

ສ່ວນທ່ານປະທານສະພາແຫ່ງຊາດ Rossen Dimitrov Jeliazkov ປາດຖະໜາວ່າ: ສອງຝ່າຍຕັ້ງໜ້າຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນມີກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ບຸນກາຣີ. ທ່ານປະທານສະພາແຫ່ງຊາດ ບຸນກາຣີ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນອາຊຽນ ແລະ ຫວັງວ່າ: ຫວຽດນາມ ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ບຸນກາຣີ ຊຸກຍູ້ການຮ່ວມມືກັບ ອາຊຽນ ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບ ສະຫະພາບເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ