ການເຄື່ອນໄຫວຕ່າງໆຢ່າງຟົດຟື້ນໃນພິທີໄຫວ້ບູຊາເຈົ້າຊີວິດຮຸ່ງປີ2017

ການເຄື່ອນໄຫວຕ່າງໆຢ່າງຟົດຟື້ນໃນພິທີໄຫວ້ບູຊາເຈົ້າຊີວິດຮຸ່ງປີ2017 - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ

(vovworld)- ຕອນ​ເຊົ້າ​ວັນ​ທີ 6/4 ກົງ​ກັບ​ວັນ​ທີ 10/3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ພິ​ທີ​ໄຫ​ວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ປີ 2017 ໄດ້​ໄຂ​ຂຶ້ນ​ຢູ່​ເທິງ​ພູ ເຫງ໋ຍ​ຫລີງ ຂຶ້ນ​ກັບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ພິ​ເສດ ວິ​ຫານ​ຮຸ່ງ ແຂວງ ຟູ​ທໍ້. ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ, ບັນ​ດາ​ແຂວງ, ນະ​ຄອນ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ນະ​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ບັນ​ດາ​ການ​ນຳ​ພັກ, ລັດ, ທ້ອງ​ຖິ່ນ ໄດ້​ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ, ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ. ເນື່ອງ​ໃນ​ໂອ​ກາດ​ນີ້, ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ກໍ່​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ “ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”. ທີ່ເຂດ​ອະ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ​ ຢູ່ ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢູ່ ນ​ະ​ຄອນ​ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຫ​ວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງຂຶ້ນ​ຢ່າງ​ສົມ​ກຽດ. ເຂົ້າ​ຮ່ວມ​ພິ​ທິ ມີ​ທ່ານ​ຫງວຽນ​ເຕີນ​ຢູງ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ທ່ານ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ໝີ​ຮ​ວາ. ພາຍ​ຫລັງ​ພິ​ທີ​ໄຂ ແມ່ນ​ພິ​ທີ​ຖະ​ຫວາຍ​ເຄື່ອງ​ບູ​ຊາ ລ​ວມ​ມີ: ເຂົ້າ​ຕົ້ມ, ເຂົ້າ​ຫ​ນົມໄຢ່ ແລະ ໝາກ​ໄມ້. ຢູ່ ດັກ​ລັກ, ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ​ຮຸ່ງ ດຳ​ເນີນ​ໄປ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ ສາ​ລາ​ບ້ານ ​ລາກ​ຢາວ ນະ​ຄອນ ບວນ​ມາ​ທວດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ແຂວງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ ວີ​ວັນ​ຕຽບ, ຢູ່ ນະ​ຄອນ ບວນ​ມາ​ທວດ ແບ່ງ​ປັນ​ວ່າ:

        “ມື້​ນີ້​ແມ່ນ​ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ. ພວກ​ຂ້າ​ພະ​ເຈົ້າ​ຊື່ງ​ແມ່​ນ​ຜູ້​ເປັນ​ລູກ​ຂອງ​ເ​ຂດ​ດິນ​ແດນ​ເຈົ້າ​ຊີ​ວິດ​ຮຸ່ງ​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ ຢູ່ ດັກ​ລັກ ມ​າ​ເຂົ້າ​ຮ່ວມ​ພິ​ທີນີ້​ເພື່ອ​ອາ​ໄລ​ຫາ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ. ພິ​ທີນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ​ກໍ​ຄື​ຊາວ​ຫວຽດ​ນາມ ໝົດ​ທຸກ​ຄົນ.”

        ສ່ວນ​ຢູ່​ແຂວງ ກອນ​ຕູມ, ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ​ຮຸ່ງ ກໍ່​ໄດ້​ຈັດ​ຂຶ້ນ​ຢູ່ສາ​ລາ​ບ້ານ ເລືອງ​ເຄ ຕາ​ແສງ ທົງ​ເຍີດ ນະ​ຄອນ ກອນ​ຕູມ. ເຂົ້າ​ຮ່ວມ​ພິ​ທີ, ທ່ານ ຫງວຽນ​ຫວຽດ​ຮຸ່ງ ຢູ່ ນະ​ຄອນ ກອນຕູມ ໃຫ້​ຮູ້​ວ່າ:

        “ປະ​ຊາ​ຊົນ​ໄຕ​ງວຽນ ຍາມ​ໃດ​ກໍ່​ອ​ວ່າຍ​ຫ​ນ້າ​ມາ​ຫາ​ວັນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ເພື່ອ​ທົບ​ທວນ​ຄືນ​ມູນ​ເຊື້ອ​ປະ​ຫວັດ​ສາດ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ເ​ພື່ອ​ໃຫ້ ​ປະ​ຊາ​ຊົນ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ​ແມ່ນ​ລູກ​ຫລານ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ.”


ຕອບກັບ

ຂ່າວ/ບົດ​ອື່ນ