ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 229 ປີແຫ່ງໄຊຊະນະຫງອກໂຮ່ຍ - ດົ໋ງດາ

(VOVWORLD) -ຕອນເຊົ້າວັນທີ 20 ກຸມພາ (ກົງກັບວັນທີ 5 ເດືອນຈ່ຽງໄລ່ຕາມຈັນທະປະຕິທິນ), ງານບຸນສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ອາໄລຫາບຸນຄຸນຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ ພ້ອມກັບບັນດານາຍພົນ, ທະຫານ ໄຕເຊີນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 229 ປີແຫ່ງໄຊຊະນະຫງອກໂຮ່ຍ - ດົ໋ງດາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ

(ພາບ: hanoimoi.com.vn)

ໄດ້ດຳເນີນໄປຢ່າງສົມກຽດຢູ່ສວນສາທາລະນະວັດທະນະທຳດົ໋ງດາ, ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ຖະຫວາຍທູບທຽນທີ່ງານບຸນ.

        ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນເມືອງ ດົ໋ງດາ ວໍງວຽນຟອງ ໄດ້ຫວນຄືນວິລະກຳທີ່ສະຫງ່າອົງອາດຂອງນັກຮົບວິລະຊົນ ກວາງຈຸງ - ຫງວຽນເຫ້ວ ທີ່ໄດ້ຕີໄຊຊະນະທະຫານ ໝານຈິງ 20 ໝື່ນກວ່າຄົນ, ປົດປ່ອຍເມືອງຫຼວງທັງລອງ, ຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ.

        ຕອນເຊົ້າວັນດຽວກັນ, ຢູ່ວິຫານເຈົ້າຊີວິດກວາງຈຸງ, ທີ່ພູ ຢຸງກວ໋ຽດ, ແຂວງ ເງ້ອານ, ເຊິ່ງແມ່ນແຫ່ງເຈົ້າຊີວິດກວາງຈຸງ ເລືອກເຟັ້ນເພື່ອສ້າງເມືອງຫຼວງ, ໄດ້ຈັດພິທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ເຊັ່ນດຽວກັນ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ກຸມພາ, ພິທີສະເຫຼີມສະຫຼອງ 229 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ກໍຖືກຈັດຂຶ້ນຢູ່ເມືອງ ໄຕເຊີນ, ແຂວງບິ່ງດິ້ງ, ເຊິ່ງແມ່ນບ້ານເກີດເມືອງນອນຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ. ອ່ານສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຫງວຽນຕ໋ວນແທງ ຊີ້ແຈ້ງວ່າ.

        “ໂດຍເສີມຂະຫຍາຍຈິດໃຈໄຊຊະນະ ຫງອກໂຮ່ຍ - ດົ໋ງດາ ອະມະຕະ ແລະ ການບຸກໂຈມຕີໄວ, ຍາດເອົາໄຊນະນະຂອງເຈົ້າຊີວິດກວາງຈຸງ, ຕໍ່ໜ້າສະພາບການໃໝ່ຂອງປະເທດຊາດໄດ້ກະຕຸກຊຸກຍູ້ໃຫ້ພວກເຮົາຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ມານະພະຍາຍາມສູ້ຊົນສ້າງແຂວງ ບິ່ງດິ້ງ ໃຫ້ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່. ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດພາລະກິດປ່ຽນແປງໃໝ່ຢ່າງມີໄຊ, ສູ້ຊົນເພື່ອຄາດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

ຕອບກັບ

ຂ່າວ/ບົດ​ອື່ນ