ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 60 ປີແຫ່ງວັນ ໄຊຊະນະ ດ້ຽນບຽນຝູ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 60 ປີແຫ່ງວັນ ໄຊຊະນະ ດ້ຽນບຽນຝູ - ảnh 1
ການ​ສະຫຼຸບບັນດາ​ລາຍການ​ເຄື່ອນ​ໄຫວ​ຂອງ
​ພິທີ​​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊນະ​ດ້ຽນບຽນ​ຝູ
(ພາບ: Chinhphu.vn)

(vovworld) - ວັນ​ທີ 05/05, ຄະນະ​ຈັດ​ຕັ້ງ​ລະດັບ​ຊາດ​ກ່ຽວ​ກັບ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊນະ​ດ້ຽນບຽນ​ຝູ (07/05/1954 – 07/05/2014) ​ໄດ້​ຈັດ​ການ​ສະຫຼຸບບັນດາ​ລາຍການ​ເຄື່ອນ​ໄຫວ​ຂອງ​ພິທີ​ເປັນຄັ້ງ​ສຸດ​ທ້າຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ພິທີ​ສະ​ເຫຼີມສະຫຼອງ ລະດັບ​ຊາດ​ໄດ້​ເຂົ້າ​ຮ່ວມ. ການ​ສະຫຼຸບ​ພິທີ​ຖະຫາຍ​ທູບ​ທຽນອາ​ໄລ​ຫາ​ບັນດາ​ນັກຮົບ​ທີ່​ເສຍສະ​ຫຼະຊີວິດ​ເພື່ອ​ຊາດ​ຢູ່​ເຂດ​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ A1 ​ແລະ ການ​ສະຫຼຸບພິທີ​ໂຮມ​ຊຸມນຸມ​ມິດ​ຕິງ, ​ສວນ​ສະໜາມສະ​ແດງ​ກຳລັງ, ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊນະ​ດ້ຽນບຽນ​ຝູ ຢູ່​ສະໜາມກິລາ​ແຂວງ​ດ້ຽນບຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ແລະ ຄະນະ​ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊນະ​ດ້ຽນບຽນ​ຝູ ລະດັບ​ຊາດ ຍັງ​ເຂົ້າ​ຮ່ວມ​ ການສະຫຼຸບ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະຮັບ​ຕ້ອນ​ພິທີ​ສະ​ເຫຼີ​ມສະຫຼອງ, ຖອດ​ຖອນ​ບົດຮຽນ​ເພື່ອ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ພິທີ​ບັນລຸ​​ໄດ້​ໝາກຜົນ​ດີ​ທີ່​ສຸດ.

        ​ໃນ​ຂະນະ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 05/05, ຢູ່​ຮ່າ​ໂນ້ຍ, ສະພາ​ມະຫາບັນ​ດິດ​ວິທະຍາສາດ - ສັງຄົມ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ: “​ໄຊຊະນະ ດ້ຽນບຽນ​ຝູ - ກຳລັງ​ແຮງຫວຽດນາມ ​ແລະ ລະດັບ​ຍຸກ​ສະ​ໄໝ”.  ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານສາດສະດາຈານ, ດຣ ຫງວຽນ​ຊວນ​ທັ໋ງ, ປະທານ​ສະ​ພາ​ມາ​ຫາ​ບັນດິດວິທະຍາສາດ​ສັງຄົມ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ການ​ຄົ້ນຄວ້າ, ​ໄຈ້​ແຍກເຫດຜົນ​ໄຊຊະນະ​, ຄວາມ​ໝາຍ​ປະຫວັດສາດ​ຂອງ​ໄຊ​ຊະນະດ້ຽນບຽນ​ຝູ ​ໄດ້​ປະກອບສ່ວນ​ຢືນຢັນ​ຄວາມ​ສາມັກຄີ, ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາ​ປະ​ເທດ, ປະຊາ​ຊາດ​ທີ່​ຮັບ​ຫອມ​ສັນຕິພາບ​ໃນ​​ໂລກ. ​ຈາກ​ນັ້ນ​ພ້ອມ​ກັນ​ປາສະຈາກ​ສົງຄາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ເພື່ອ​ສ້າງ​ໂລກ​ປອດ​ສົງຄາມ.

        ບັນດາ​ຜູ້​ແທນ​ກໍ່​ຊີ້​ແຈ້ງຄວາມ​ໝາຍ​ຂອງ​ໄຊຊະນະ​ດ້ຽນບຽນ​ຝູ​ເວົ້າ​ລວມ ​ແລະ ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຂອງ​ປະຊາຊົນ​ຫວຽດນາມ​ເວົ້າ​ສະ​ເພາະ ທີ່​ມີ​ຕໍ່​ຂະ​ບວນການ​ປົດ​ປ່ອຍ​ຊາດ ​ແລະ​ຂະ​ບວນການ​ປະຕິວັດ​ໂລກ. ທ່ານສາດສະດາຈານ, ດຣ Vladimir Kolotov, ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ Saint Petersbung, ສະຫະພັນ​ລັດ​ເຊຍ ​ໄດ້​​ໄຈ້​ແຍກວ່າ:

        “ບັ້ນ​ຮົບ ດ້ຽນບຽນ​ຝູ ​ແມ່ນ​ປະກົດ​ການ​ວິທະຍາສາດ​ສັງຄົມ. ນີ້​ແມ່ນ​ຕົວຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ກຳລັງ​ແຮງ, ພູມ​ປັນຍາ​ຂອງ​ຊາວ​ຫວຽດນາມ. ​ໄລ​ຊະນະ​ດ້ຽນບຽນ​ຝູ ​ໄດ້​ເປັນ​ບາດ​ລ້ຽວປະຫວັດສາດ ​ແລະ ອະນາຄົດ​ຂອງ​ຫວຽດນາມ, ​ເປັນ​ຂີດ​ໝາຍ​ເຊີດ​ຊູ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ຕ້ານ​ການ​ກົດ​ຂີ່ຂູດ​ຮີດ​ໃນ​ໂລກ”.

        ​ແລະ​ກໍ່​ໃນ​ວັນ​ທີ 05/05, ຢູ່​ແຂວງ​ບິ່ງ​ເຢືອງ ​ໄດ້​ຈັດ​ພິທີ​ລະ​ຫຼຸບ ​ແລະ ມອບ​ລາງວັນ​ການ​ເສັງ​ຊອກ​ຮູ້ “60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ”. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ 71 ສ່ວ​ນບຸກຄົນ​ທີ່​ມີ​ບົດ​ຂຽນ​ດີ ​ແລະ 6 ໝູ່​ຄະນະ​ມີ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ