ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບ - ảnh 1
ງານ​ວາງ​ສະ​ແດງ​ຢູ່ ກອນ​ຕູມ
(ພາ​ບ: nhandan.com.vn)

(vovworld) – ​“ນະ​ຄອນ ໂຮ່​ຈີ​ມິນ - 40 ປີ​ແຫ່ງວັນ​ສ້າງ​ສາ, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ” ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ໂດຍ​ອົງ​ຄະ​ນະ​ພັກ​ແຂວງ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ນະ​ຄອນ ໂຮ່​ຈີ​ມິນ​ ​ຈັດ​ຕັ້ງ​ໃນ​ວັນ​ທີ 17/3, ຢູ່​ນະ​ຄ​ອນ ໂຮ່​ຈີ​ມິນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ ເປັນ​ເອ​ກະ​ພາບ (30/4/1975 – 30/4/2015). ທີ່​ການ​ປະ​ຊຸມ​ຂ່າວ​ແນະ​ນຳ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ນະ​ຄອນ ໂຮ່​ຈີ​ມິນ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 13/3, ທ່ານ ຟ້າມ​ດຶກ​ຫາຍ, ຮອງ​​ຫົວ​​ໜ້າ​ຄະ​ນະປະ​ຈຳ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ຄະ​ນະ​ພັກນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຢັ້ງ​ຢືນ​ຜົນ​ງານ​ອັນ​ໃຫຍ່ຫຼວງ, ຮອບ​ດ້ານ​ໃນ​ການກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ນະ​ຄອນ, ສ້າງ​ການ​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ​ໃນ​ຊີ​ວິດ​ສັງ​ຄົມ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງ​ເຂດ ແລະ ທົ່ວ​ປະ​ເທດ. ພ້ອມ​ທັງ, ເຮັດ​ແຈ້ງ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ການ​ນຳ​ພາ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ນະ​ຄອນ ໂຮ່​ຈີ​ມິນ ໃນ​ປະ​ຈຸ​ບັນ.

        ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ ກອນ​​ຕູມ (16/3/1975 – 16/3/2015) ແລະ ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ຕອ​ນ​ເຊົ້າ​ວັນ​ທີ 14/3, ຢູ່​ຫໍ​ພິ​ພິ​ດຕະ​ພັນ​ແຂວງ ກອນ​ຕູມ, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ກອນ​ຕູມ ສົມ​ທົບ​ກັບ​ກົມ​ການ​ເມືອງກອ​ງ​ທັບ​ເລກ 3 ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: ກອນ​ຕູມ - ຊຸມ​ເດືອນ​ປີ​ທີ່​ສະ​ຫງ່າ​ລາ​ສີ…. ດ້ວຍ​ຮູບ​ພາບ 240 ແຜ່ນ, ວັດ​ຖຸ​ພັນ 130 ຢ່າງ ແລະ ເອ​ກະ​ສານວິ​ທະ​ຍາ​ສາດ 25 ສະ​ບັບ. ພັນ​ເອກ ຫງວຽນ​ວັນ​ເຮົ້າ, ຮອງ​ຫົວ​ໜ້າກ​ານ​ເມືອງກອງ​ທັບ​ເລກ 3, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຢາກ​ຝາກ​ສານ​ໜຶ່ງ, ນັ້ນ​ແມ່ນ: ພວກ​ເຮົາ​ມີ​ຊີ​ວິດ​ໃນສັນ​ຕິ​ພາບ, ​ມີ​ຄວາມອິ່ມ​ໜຳ​ສຳ​ລານ, ມີ​ຄວາມ​ຜາ​ສຸກ​ຄື​ໃນ​ປະ​ຈຸ​ບັນ ​ແມ່ນ​ຍ້ອນ​ມີ​ກາ​ນ​ຊີ້​ນຳ, ນຳ​ພາ​ທີ່​ປິ​ຊາ​ສາ​ມາດ​ຂອງ​ພັກ ກໍ່​ຄື ລຸງ​ໂຮ່ ແລະ ມູນ​ເຊື້ອ​ຮັກ​ຊາດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ ໄຕ​ງວຽນ, ນ້ຳ​ໃຈ​ຕໍ່​ສູ້​ທີ່​ພິ​ລະ​ອາດ​ຫານ​ຂອງ​ພະ​ນັກ​ງານ, ນັກ​ຮົບ ກອງ​ທັ​ບ​ປະ​ຊາ​ຊົນ ຫວຽດ​ນາມ, ເຊິ່ງ​ໃນ​ນັ້ນ​ມີ​ສະ​ໜາມ​ຮົບ B3 ກອ​ງ​ທັບ​ເລກ 3. ​​ເພື່ອ​ໄດ້​ຮັບ​ສັນ​ຕິ​ພ​າບ​ຄື​ໃນ​ປະ​ຈຸ​ບັນ​ແມ່ນ​ຕ້ອງ​​ມີ​ການນອງເລືອດ​, ການເສຍ​ສະ​ຫຼະ​ຊີ​ວິດບໍ່​ຈັກ​ວ່າ​ເທົາ​ໃດ​ຂອງ​ລຸ້ນ​ກ່ອນ, ດັ່ງ​ນັ້ນລຸ້ນ​ໜຸ່ມ​ໃນ​ປະ​ຈຸ​ບັນ​ຍາມ​ໃດ​ກໍ່ຕ້ອງ​ເຂົ້າ​ໃຈ​ມູ​ນ​ເຊື້ອ​ປະ​ຫວັດ​ສາດ ແລະ ຈົດ​ຈຳ​ມູນ​ເຊື້ອນັ້ນ​ໄວ້​ຢູ່​ຕະຫຼອດ”

ຂ່າວ/ບົດ​ອື່ນ