ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ - ảnh 1
ວິທະຍຸກະຈາຍສຽງ ຫວຽດນາມ ຈັດລາຍການພິເສດ
(ພາບປະກອບ)

(vovworld) – ​ເນື່ອງ​ໃນ​ໂອກາດ ຫວຽດນາມ ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ, ການ​ນຳຫຼາຍ​ປະ​ເທດ​ໃນ​ໂລກ​ໄດ້​ສົ່ງ​ໂທ​ລະ​ເລກ ອວຍພອນ​ການ​ນຳ​ພັກ, ລັດ ​ແລະ​ ປະຊາຊົນ ຫວຽດນາມ. ​ໃນ​​ໂທລະ​ເລກ​ສົ່ງ​ເຖິງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ​ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານາທິບໍດີ ສະຫະພັນ ລັດ​ເຊຍ V. Putin​ ​ເນັ້ນ​ໜັກ​ວ່າ: ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະ ດ້ຽນບຽນ​ຝູ - ​ເຊິ່ງ​​ເປັນ​ຂີດ​ໝາຍ​ສິ້ນ​ສຸດ​ສົງຄາມ​ນອງ​ເລືອດ, ປົດ​ປ່ອຍປະ​ເທດ ຫວຽດນາມ ​ໃຫ້ຫລຸ​ດພົ້ນ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ. ໂທລະ​ເລກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດ ລາວ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ​ແນວ​ລາວ​ສ້າງ​ຊາດ ທີ່​​ຝາກ​​ເຖິງ​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ, ສະພາ​ແຫ່ງ​ຊາດ, ລັດ​ຖະບານ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກໍ່​ຊີ້​ແຈ້ງ​ວ່າ: “​ໄຊຊະນະ ດ້ຽນບຽນ​ຝູ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ຂອງ​ກອງທັບປະຊາຊົນ ຫວຽດນາມ ວິລະ​ຊົນ ​ພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ທີ່​ປີ​ຊາ​ສາມາດຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ​ປະທານ ​ໂຮ່ຈີ​ມິນ ຜູ້​ຍິ່ງ​ໃຫຍ່.​.​.​ ​ໄຊຊະນະ ດ້ຽນບຽນ​ຝູ ​ໄດ້​ລະດົມ​ກຳລັງ​ໃຈ​ປະຊາຊົນ​ຜູ້​ຮັກຫອມ​ສັນຕິພາບ ​ແລະ ບັນດາ​ປະ​ເທດຖືກ​ກົກ​ຂີ່​ຂຸດ​ຮີດ​ທີ່​ພວມ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ, ປະຊາທິປະ​ໄຕ ​ແລະ ສັງຄົມ​ນິຍົມ​ໃນ​ທົ່ວ​ໂລກ​ຢ່າງ​ແຮງ. ພວກ​ຂ້າພະ​ເຈົ້າ​ຢືນຢັນ​ຕັດສິນ​ໃຈ​ພ້ອມ​ກັບ ຫວຽດນາມ ​ເພີ່ມ​ພຸ​ນຄຸນ​ສ້າງ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູ​ນ​ເຊື້ອ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ.”

    ວັນ​ທີ 7/5, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຈັດ​ລາຍການ​ກະຈາຍສຽງ​ພິ​ເສດ, ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ໄຊຊະນະປະຫວັດສາດ ດ້ຽນບຽນ​ຝູ ດ້ວຍ​ຫົວ​ຂໍ້​ວ່າ: “ຂີດ​ໝາຍ​ປະຫວັດສາດ​ທີ່​ດັງ​ກ້ອງ​ກັນ​ວານ​ໄປ​ທົ່ວ 5 ທະວີບ” ທີ່​ແກ່ຍາວ​ເປັນ​ເວລາ 9 ຊົ່ວ​ໂມງ, ​ແຕ່ 5 ​ໂມງ​ຮອດ 14 ​ໂມງ. ລາຍການ​ໄດ້​ວາ​​ດພາບ​​ໄລຍະ​ອັນ​ສະຫງ່າ​ລາສີ, ບັນດາ​ຂີດ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ບັ້ນຮົບ ດ້ຽນບຽນ​ຝູ, ປະກອບສ່ວນ​ຊ່ວຍ​​​ໃຫ້ທ່ານ​ຜູ້​ຟັງ​ທັງ​ພາຍ​​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃຈ​ແຈ້ງ​ກ່ວາ​ກ່ຽວ​ກັບ ​ໄຊຊະນະ ດ້ຽນບຽນ​ຝູ
ຂ່າວ/ບົດ​ອື່ນ