ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັດປົດປ່ອຍທາງພາກໃຕ້ຫວຽດນາມ 30/04 ແລະ ວັດກຳມະກອນສາກົນ 01/05

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັດປົດປ່ອຍທາງພາກໃຕ້ຫວຽດນາມ 30/04 ແລະ ວັດກຳມະກອນສາກົນ 01/05 - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 30/04, ຄະນະ​ຈັດ​ຕັ້ງ​ບັນດາ​ວັນ​ບຸນ​ໃຫຍ່ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ງານ​ພົບ​ປ​ະ​ແລກປ່ຽນ​ຕົວ​ພະຍານ​ປະຫວັດສາດ ​ແລະ ສະ​ແດງ​ສິລະ​ປະພິ​ເສດ​​ເພື່ອ​ສະ​ເຫຼີ​ມສະຫຼອງ 39 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ທາງ​ພາກ​ໃຕ້​ຢ່າງ​ສົມບູນ 30/04, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ (30/04/1975 – 30/04/2014). ມີ​ຜູ້​ແທນ​ແມ່ນ​ແມ່​ຫວຽດນາມ ວິລະ​ຊົນ, ນາຍ​ທະຫານ ​ແລະ ຕົວ​ພະຍານ​ປະຫວັດສາດ 200 ຄົນ ພ້ອມ​ກັນ​ຫວນ​ຄືນ​ໄລຍະ​ຕໍ່ສູ້​ຂອງ​ບັ້ນ​ຮົບ ​ໂຮ່ຈິ​ມິນ ປີ 1975. ພັນ​ເອກ, ນັກ​ບິນວິລະ​ຊົນ ຫງວຽນ​ແທ່ງ​ຈູງ ​ໄດ້​ແບ່ງປັນ​ວ່າ.

        “ຂ້າພະ​ເຈົ້າ​ໄດ້​ບຳລຸງ​ສ້າງ​ນັກ​ບິນ​ຫຼາຍ​ຄົນ, ປະຈຸ​ບັນ​ພວກ​ນ້ອງ​ຍັງ​ຂັບ​ເຮືອບິນຢູ່. ຂ້າພະ​ເຈົ້າ​ຖື​ວ່າ, ​​ໄວໜຸ່ມ​ຫວຽດນາມ ​ໄດ້​ຮັບ​ການຖ່າຍ​ທອດເຕັກນິກ​ໃໝ່​ເທົ່າ​ທຽບ​​ກັບໄວ​ໜຸ່ມ​ສາ​ກົນ. ຂ້າພະ​ເຈົ້າ​ຢາກ​ຝາກຝັງ​ວ່າ: ບັນດາ​ໄວ​ໜຸ່ມ​ໃນ​ປະຈຸ​ບັນ​ໄດ້​ມີ​​ເງື່ອນ​ໄຂ​ທີ່​ດີ, ມີ​ຈິດ​ໃຈ​ແຮງ​ກ້າ, ວຽກ​ໃດ​ກໍ່​ເຮັດ​ໄດ້, ສະ​ນັ້ນ​ສຸມ​ເຮື່ອ​ແຮງ ສະຕິປັນຍາຂອງ​ຕົນ​ເພື່ອ​ສ້າງສາ​ປະ​ເທດ​ຊາດ ​ໃຫ້​ສວຍ​ງາມກວ່າ​ຄື​ດັ່ງ​ຄຳ​ເວົ້າ​ຂອງ​ປະທານ​ໂຮ່ຈິ​ມິນ​ທີ່​ໄດ້​ສັ່ງສອນ”.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າວັນ​ທີ 30/04, ຢູ່​ບັນດາ​ສະຖານ​ທີ່​ບັນ​ເທິງ, ສູນວັດທະນະທຳ​ຢູ່​ນະຄອນ​ໂຮ່ຈິ​ມິນ ກໍ່ພ້ອມ​ກັນຈັດ​ຕັ້ງ​ບັນດາ​ລາຍການ​ສະ​ແດງ​ສິລະ​ປ​ະຮັບ​ໃຊ້​ປະຊາຊົນ.

        ​ໃນ​ຂະນະ​ນັ້ນ, ​ແຂວງ ຮື​ງອຽນ ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 39 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ທາງ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ, 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝຸ ​ແລະ ວັນ​ກຳມະກອນ​ສາກົນ 01/05. ຢູ່​ນະຄອນ​ຮື​ງອຽນ, ຫໍພິພິດ​ຕະພັນ ​ໄດ້​ວາງສະ​ແດງ​ຮູບ​ຖ່າຍ, ວັດ​ຖຸພັນ​ວິທະຍາສາດ, ​ເອກະສານ ​ແລະ ບັນດາ​ວັດ​ຖຸເຄື່ອງ​ຂອງ​ກ່ຽວ​ກັບ​ຫົວ​ຂໍ້​ປົດ​ປ່ອຍ​ດ້ຽນບຽນ​ຝຸ​ເກືອບ 300 ຢ່າງ.

        ​ໃນ​ຕອນ​ຄໍ່າ​ວັນ​ທີ 30/04, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ບິ່ງ​ດິ້ງ ​ໄດ້​ໄຂ​ງານ​ຕະຫຼາດນັດ​ວັດທະນະທຳ, ອາຫານ​ການ​ກິນ​ຢູ່​ເຂດ​ຕະຫຼດມືດ ຢູ່​ນະຄອນ ກຸຍເຍີນ ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ