ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແພດໝໍຫວຽດນາມ27/2

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນແພດໝໍຫວຽດນາມ27/2 - ảnh 1
ພິທີມອບລາງວັນ ດັ້ງຖູ່ຍເຈີມ
(ພາບ: dantri.com.vn)

(vovworld) –  ຕອນ​ຄຳ່​ວັນ​ທີ 25/2, ຄະນະ​ຊາວ​ໜຸ່ມ​ນະຄອນ ຮ່າ​ໂນ້ຍ, ສະຫະພັນ​ຊາວ​ໜຸ່ມ, ສະມາຄົມ​ທ່ານໝໍ​ໜຸ່ມ ນະຄອນ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ຊົມ​ເຊີຍ​ທ່ານໝໍໜຸ່ມທີ່​ດີ​ເດັ່ນ​ 60 ຄົນຂອງ​ນະຄອນຫຼວງ ​ແລະ ມອບ​ລາງວັນ “ດັ້ງ​ຖູ່​ຍ​ເຈີ​ມ” ປີ 2016 ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 61 ປີ​ແຫ່ງ​ວັນ​ແພດ​ໝໍ ຫວຽດນາມ (27/2/1955 – 27/2/2016). ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ທ່ານໝໍ 10 ຄົນ​ໄດ້​ຮັບ​ລາງວັນ ດັ້ງ​ຖູ່​ຍ​ເຈີ​ມ, ທ່ານໝໍ ຫວໍ​ເຈືອງ​ຍືງອກ, ຮອງ​ຜູ້ອຳ​ນວຍການ​ສູນປົວ​ແຂ້ວ​ເຕັກນິກ​ສູງ​ໃຫ້​ຮູ້​ວ່າ:

        “ດ້ວຍ​ບົດບາດ​ແມ່ນ​ຄູ​ສອນ ກໍ່​ຄື​ແມ່ນ​ທ່ານໝໍ​ຄົນ​ໜຶ່ງ​ເມື່ອ​ໄດ້​ຮັບ​ລາງວັນ​ນີ້​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ຕົນ​ເອງ​ຕ້ອງ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ກ່ວາ​ອີກ. ຖ້າ​ຫາກ​ຂ້າພະ​ເຈົ້າ​ປະຕິບັດ​ສຳ​ເລັດ​ຄວາມ​ຮັບຜິດຊອບ​ຂອງ​ທ່ານໝໍ​ນັ້ນ, ​ເມື່ອ​ຂຶ້ນ​ຫ້ອງສອນ​ໃຫ້​ນັກ​ສຶກສາ​ຈະ​ໄດ້​ເພີ່ມ​ຄວາມ​ເຊື່ອ​ໝັ້ນ​​ຕົນ​ເອງ​ກ່ວາ ​ແລະ ສືບ​ທອດ​ຄວາມ​ເມົາ​ມົວ​ຂອງ​ຕົນ​ໃຫ້​ລຸ້ນຫຼັງ.”

        ວັນ​ທີ 25/2, ສະຫະພັນ​ແຮງ​ງານນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ທ່ານໝໍດີ​ເດັ່ນ​ 90 ຄົນຂອງ​ນະຄອນຫຼວງ. ທີ່​ການ​ພົບ​ປະ, ທ່ານ​ນາງ​ຮອງ​ປະທານ​ສະຫະພັນ​ແຮ​ງງານ ນະຄອນ ຮ່າ​ໂນ້ຍ ດັ້ງ​ທິ​ເຢືອງຮວາ ​ໄດ້​ຮັບ​ຮູ້ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ຂອງ​ທ່ານໝໍ​ລຸ້ນຕ່າງໆ​ສຳລັບ​ພາ​ລະກິດ​ພັດທະນາ​ຂອງ​ຂະ​ແໜງສາທາລະນະ​ສຸກ​ນະຄອນ, ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ ​ແລະ ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ.

        ​ເນື່ອງ​ໃນ​ໂອກາດ​ນີ້, ແຂວງ ທ໋າຍງວຽນ, ນະຄອນ ດ່າ​ນັ້ງ, ​ແຂວງ ຮ່າ​ຕິ້ງ ກໍ່​ມີ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ເຊັ່ນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ