ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນຄູ ຫວຽດນາມ (20 ພະຈິກ)

(VOVWORLD) - ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ໄດ້ຝາກຄຳອວຍພອນອັນດີງາມ ແລະ ສະແດງຄວາມຮູ້ບຸນຄຸນເຖິງບັນດາຄູອາຈານ, ພະນັກງານຄຸ້ມຄອງບໍລິຫານການສຶກສາດີເດັ່ນທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນປີ 2023 ນີ້ ພ້ອມກັບບັນດາຄູອາຈານ, ພະນັກງານ, ພາລະກອນຂະແໜງການສຶກສາໃນທຸກ ແຖບຖິ່ນຂອງປະເທດຊາດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 41 ປີແຫ່ງວັນຄູ ຫວຽດນາມ (20/11/1982 – 20/11/2023), ຕອນຄຳ່ວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ລາຍການ “ສະແດງຄວາມຕອບບຸນຄຸນ 2023” ໄດ້ຈັດຂຶ້ນດ້ວຍຫົວຂໍ້ “ຂ້າພະເຈົ້າເລືອກອາຊີບສ້າງຄູ” ໂດຍກະຊວງສຶກສາ ແລະ ບຳລຸງສ້າງ, ກຳມະບານສຶກສາ ຫວຽດນາມ ແລະ ສະຖານີໂທລະພາບ ຫວຽດນາມ ສົມທົບກັນຈັດຕັ້ງ.     

        ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ໄດ້ຝາກຄຳອວຍພອນອັນດີງາມ ແລະ ສະແດງຄວາມຮູ້ບຸນຄຸນເຖິງບັນດາຄູອາຈານ, ພະນັກງານຄຸ້ມຄອງບໍລິຫານການສຶກສາດີເດັ່ນທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນປີ 2023 ນີ້ ພ້ອມກັບບັນດາຄູອາຈານ, ພະນັກງານ, ພາລະກອນຂະແໜງການສຶກສາໃນທຸກ ແຖບຖິ່ນຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ໄດ້ແບ່ງປັນມູນເຊື້ອມັກ ຮຽນ, ເຄົາລົບນັບຖືຜູ້ມີຄວາເກັ່ງກ້າສາມາດ ແມ່ນບັນດາຄຸນຄ່າມະນຸດສະທຳຢ່າງເລິກ ເຊິ່ງຂອງແຕ່ລະວົງຕະກຸນ, ເຂດບ້ານນາ ແລະ ຂອງຊາດຢ່າງແທດຈິງ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ, ກຳມະບານຂະແໜງການສຶກສາ ຫວຽດນາມ ໄດ້ຈັດພິທີຍ້ອງຍໍຊົມເຊີຍບັນດາ ຄູອາຈານ, ພະນັກງານຄຸ້ມຄອງບໍລິຫານດີເດັ່ນປີ 2023. ປີນີ້ມີ ຄູອາຈານ ແລະ ພະນັກງານຄຸ້ມຄອງບໍລິຫານດີເດັ່ນ 200 ທ່ານ ໄດ້ຮັບການຍ້ອງຍໍຊົມເຊີຍ. ໂດຍເປັນໜຶ່ງໃນບັນດາຄູອາຈານທີ່ໄດ້ຮັບການຍ້ອງຍໍໃນປີນີ້, ຄູ ຟ້າມທິຈາງຍຸງ, ຄູສອນຂອງໂຮງຮຽນມັດຕະຍົມຕອນປາຍ ບຽນຮ່ວາ, ແຂວງ ຮ່ານາມ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ເອກອ້າງທະນົງໃຈເມື່ອໄດ້ຮັບການຍ້ອງຍໍ ຊົມເຊີຍໃນປີນີ້. ຂ້າພະເຈົ້າເຫັນວ່າ ຕົນເອງຕ້ອງມີຄວາມຮັບຜິດຊອບກ່ວາໃນອາຊີບ ຂອງຕົນ, ປະກອບສ່ວນຫຼາຍກ່ວາເຂົ້າຂະແໜງການສຶກສາຂອງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ