ການເຄື່ອນໄຫວຖະແຫຼງຂ່າວໃຫ້ຕ່າງປະເທດເພື່ອຍູ້ແຮງວິວັດການເຊື່ອມໂຍງເຂົ້າກັບສາກົນ

ການເຄື່ອນໄຫວຖະແຫຼງຂ່າວໃຫ້ຕ່າງປະເທດເພື່ອຍູ້ແຮງວິວັດການເຊື່ອມໂຍງເຂົ້າກັບສາກົນ - ảnh 1
​ກອງ​ປະຊຸມຜັນ​ຂະຫຍາຍ​ຈົດໝາຍ​ລະຫວ່າງ​ຂະ​ແໜງແນະນຳ
​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ
(ພາບ: dantri.com.vn)

(vovworld) - ວັນ​ທີ 7/12 ທີ່​ຮ່າ​ໂນ້ຍ, ມີ​ຜູ້​ແທນ 150 ຄົນ​ທີ່ຕາງ​ໜ້າ​ໃຫ້​ຄະນະຊີ້​ນຳ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ​ສູນ​ກາງ; ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ສູນ​ກາງ, ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ແຂວງ, ຄະນະ​ພັກ​ນະຄອນ; ນະຄອນ; ພະນັກງານ​ປະຕິບັດ​ງວຽກ​ງານ​ຖະ​ແຫຼ​ງຂ່າວ​ໃຫ້ ຕ່າງປະ​ເທດ​ຂອງ 31 ​ແຂວງ, ນະຄອນ​ທາງ​ພາກ​ເໜືອ​ ​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມຜັນ​ຂະຫຍາຍ​ຈົດໝາຍ​ລະຫວ່າງ​ຂະ​ແໜງແນະນຳ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ ​ແລະ ຝຶກ​ອົບຮົມ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບທະ​ເລ​ໝູ່​ເກາະ. ​ເຫດກາ​ນ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຈັດ​ຕັ້ງ. ການ​ເຄື່ອນ​ໄຫວ​ຖະ​ແຫຼ​ງຂ່າວ​ໃຫ້ຕ່າງປະ​ເທດ​ຂອງ​ບັນດາ​ແຂວງ, ນະຄອນ​ບັນລຸ​ໄດ້​ຫລາຍ​ໝາກ​ຜົນ​ດີພໍ​ສົມຄວນ, ປະກອບສ່ວນ​ສຳຄັນ​ຍູ້​ແຮງ​ວິວັດ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນຂອງ​ປະ​ເທດຊາດ, ຍົກ​ສູງ​ທີ່ຕັ້ງ, ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ​ໃນ​​ໂລກ. ວຽກ​ງານຖະ​ແຫຼ​ງຂ່າວ​ໃຫ້ ຕ່າງປະ​ເທດ​ກໍ່​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​​ປ້ອງກັນອະທິປະ​ໄຕ​​ຜືນ​ແຜ່ນດິນ, ປັບປຸງ​ເປີດ​ກ້ວາງການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ, ຍູ້​ແຮງ​ການ​ພົວພັນ​ເສດຖະກິດ - ການ​ຄ້າ, ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ, ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ, ສົ່ງ​ເສີມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ອວາຍ​ໜ້າ​ສູ່​ບ້ານ​ເກີດ​ເມືອງ​ນອນ; ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນ​ງານ​ລວມຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ