ການເຄື່ອນໄຫວທາງສາສະໜາຢູ່ຫວຽດນາມມີການຫັນປ່ຽນຫຼາຍຢ່າງທີ່ຕັ້ງໜ້າ

(VOVWORLD) -ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະກຳມການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມມອບໜ້າທີ່ວຽກງານສາສະໜາ, ຊົນເຜົ່າໃນ 6 ເດືອນຕົ້ນປີ 2018.

ການເຄື່ອນໄຫວທາງສາສະໜາຢູ່ຫວຽດນາມມີການຫັນປ່ຽນຫຼາຍຢ່າງທີ່ຕັ້ງໜ້າ - ảnh 1 ກອງປະຊຸມມອບໜ້າທີ່ວຽກງານສາສະໜາ, ຊົນເຜົ່າໃນ 6 ເດືອນຕົ້ນປີ 2018

(ພາບ: TTXVN)

ໃນໄລຍະຜ່ານມາ, ສະພາບເຊື່ອຖືສາສະໜາມີຄວາມເປັນປົກກະຕິ, ບັນດາຜູ້ມີຍົດຖາບັນດາສັກ, ຜູ້ເຊື່ອຖືສາສະໜາມີຄວາມອຸ່ນອ່ຽນໃຈ, ເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ, ລັດ, ບົດບາດ, ໜ້າທີ່ຮັບຜິດຊອບຂອງແນວໂຮມປະເທດຊາດຫວຽດນາມ ໄດ້ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ. ພ້ອມກັນນັ້ນ, ການເຄື່ອນໄຫວດ້ານສາສະໜາຢູ່ຫວຽດນາມ ມີການປ່ຽນແປງຫຼາຍຢ່າງທີ່ຕັ້ງໜ້າ, ບັນດາອົງການຈັດຕັ້ງສາສະໜາລ້ວນແຕ່ມີຄວາມປິຕິຊົມຊື່ນຮັບເອົາ, ໄດ້ຮັບການຮັບຮອງ ແລະ ໄດ້ຮັບການຕີລາຄາສູງຈາກສາກົນ. ສຳລັບວຽກງານຊົນເຜົ່າ, ຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍສືບຕໍ່ໄດ້ຮັບການປັບປຸງ, ສ້າງການຫັນປ່ຽນຫຼາຍພໍສົມຄວນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ.

        ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂງແຊກທຶກ ສະເໜີວ່າ ໃນໄລຍະຈະມາເຖິງ, ແນວໂຮມ ພ້ອມກັບບັນດາອົງການຈັດຕັ້ງສະມາຊິກ, ບັນດາອົງການສູນກາງທີ່ກ່ຽວຂ້ອງ ເພີ່ມທະວີວຽກງານໂຄສະນາ, ຂົນຂວາຍເພື່ອໃຫ້ປະຊາຊົນບັນດາເຜົ່າ, ສາສະໜາປະຕິບັດບັນດາບັ້ນຂົນຂວາຍ, ຂະບວນການແຂ່ງຂັນໂດຍແນວໂຮມ ປຸກລະດົມໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ