ການ​ເຄື່ອນ​ໄຫວບຸນ​ຢື້​ຢາມ​ຖາມ​ຂ່າວມອບ​ຂອງ​ຂວັ​ນ​ໃຫ້​ແກ່ ກຳ​ມະ​ກອນ, ​ແຮງ​ງານ​ທີ່​ທຸກ​ຍາກໃນ​ໂອ​ກາດ​ບຸນ​ເຕັດ

(VOVWORLD) -ຕອນເຊົ້າວັນທີ 4 ມັງກອນ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ກຳມະກອນ, ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ບໍລິເວນແຂວງ ອານຢາງ 100 ຄົນ ເນື່ອງໃນໂອກາດບຸນເຕັດປີ ຊວດ 2020. 

ການ​ເຄື່ອນ​ໄຫວບຸນ​ຢື້​ຢາມ​ຖາມ​ຂ່າວມອບ​ຂອງ​ຂວັ​ນ​ໃຫ້​ແກ່ ກຳ​ມະ​ກອນ, ​ແຮງ​ງານ​ທີ່​ທຸກ​ຍາກໃນ​ໂອ​ກາດ​ບຸນ​ເຕັດ - ảnh 1ພິທີໄຂ“ວັນບຸນ ກຳມະກອນ - ຕະຫຼາດນັດແຫ່ງສານຈິດມິດໃຈ” (ພາບ: laodong.vn)

ນະທີ່ນີ້, ທ່ານໄດ້ຢັ້ງຢືນວ່າ ການເບິ່ງແຍງດຸແລ ຊີວິດການເປັນຢູ່ຂອງກຳມະການ, ແຮງງານ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຜ່ານບັນດາແຜນນະໂຍບາຍ, ນະໂຍບາຍຢ່າງລະອຽດສຳລັບກຳມະກອນແຮງງານ, ເປັນຕົ້ນແມ່ນບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ. ທ່ານເຈິ່ນແທັງເໝີນ ໄດ້ສະເໜີວ່າ ສະຫະພັນແຮງງານ ຫວຽດນາມເມື່ອ ຜັນຂະຫຍາຍ ລາຍການ “ບຸນເຕັດເຕົ້າໂຮມ” ແລະ “ປິ້ລົດແຫ່ງສາຍຈິດມິດໃຈ” ຕ້ອງມອບໂດຍກົງໃຫ້ ກຳມະກອນ, ແຮງງານ, ບໍ່ປະໃຫ້ກຳມະກອນໃດ ບໍ່ມີເງິນກັບບ້ານກິນກຸດ.

ໃນວັນທີ 3 ມັງກອນ, ຢູ່ ເມືອງ ດັກຣລັບ, ສະຫະພັນ ແຮງງານ ແຂວງດັກນົງ ໄດ້ຈັດຕັ້ງລາຍການ “ບຸນເຕັດເຕົ້າໂຮມ 2020” ໃຫ້ແກ່ ແຮງງານທຸກຍາກ ຢູ່ບໍລິເວນແຂວງ. ທີ່ ລາຍການຄະນະຈັດຕັ້ງໄດ້ມອບຂອງຂວັນ ໃຫ້ແກ່ ແຮງງານ 170 ພູດ ດ້ວຍຍອດມູນຄ່າ ເກືອບ 200 ລ້ານດົ່ງ. ແລະ ຢູ່ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງ “ວັນບຸນ ກຳມະກອນ - ຕະຫຼາດນັດແຫ່ງສານຈິດມິດໃຈ” ຄັ້ງທີ 2 ໂດຍ ສະຫະພັນ ແຮງງານ ນະຄອນ ໂຮ່ຈີມິນຈັດຂຶ້ນ ໃນລະຫວ່າງວັນທີ 3 – 5 ມັງກອນ ເຊິ່ງໄດ້ດຶງດູດແຮງງານ, ປະຊາຊົນມາຢ້ຽມຊົມ ແລະ ຊື້ເຄື່ອງເປັນຈຳນວນຫຼວງຫຼາຍ. ໃນໂອກາດນີ້ ສະພະພັນແຮງງານ ນະຄອນໂຮ່ຈີມິນໄດ້ມອບຂອງຂວັນ 400 ພູດໃຫ້ແກ່ກຳມະກອນທີ່ດີເດັ່ນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ