ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຫຼາຍ​ຢ່າງ

(VOVWORLD) -ຕອນເຊົ້າວັນທີ 19 ມິຖຸນາ, ນະຄອນ ໂຮ່ຈີມິນ ໄດ້ເລີ່ມຜັນຂະຫຍາຍບັ້ນສັກວັກຊິນກັນພະຍາດໂຄວິດ - 19 ທີ່ມີຂອບຂະໜາດໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ. ນີ້ແມ່ນງວດວັກຊິນມີ 836.000 ໂດສ ໂດຍລັດຖະບານ ຫວຽດນາມ ຈັດແບ່ງໃຫ້ນະຄອນ ໂຮ່ຈີມິນ. ຕາມແຜນການແລ້ວ, ນະຄອນ ໂຮ່ຈີມິນ ຈະດຳເນີນການສັກວັກຊິນຈຳນວນດັ່ງກ່າວ ໃນຮອບເວລາແຕ່ 5 ຫາ 7 ວັນ, ເຊິ່ງເລີ່ມແຕ່ວັນທີ 19 ມິຖຸນາ, ຢູ່ສະຖານທີ່ສັກວັກຊິນ 1.000 ແຫ່ງ.
ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຫຼາຍ​ຢ່າງ - ảnh 1ປິດເຂດຕະຫຼາດ ກົກເລ໊ວ ແຂວງ ລາວກາຍ (ພາບ: TTXVN)

ວັນທີ 18 ມິຖຸນາ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງແຂວງ ລາວກາຍ ແລະ ຮວ່າບິ່ງ ໄດ້ດຳເນີນກອງປະຊຸມເພື່ອປຶກສາຫາລື ກ່ຽວກັບການຜັນຂະຫຍາຍປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນສະພາບການໃໝ່. ທັງສອງແຂວງ  ຕ່າງກໍເນັ້ນໜັກວ່າ ຈະສືບຕຳຂົນຂວາຍປຸກລະດົມການເຂົ້າຮ່ວມຂອງທັງລະບົບການເມືອງ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ແລະ ຮັບປະກັນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ; ປະຕິບັດມາດຕະການຄົ້ນຫາປະຫວັດການສຳຜັດໄປ - ມາ ໂດຍດ່ວນ, ຈັດການແຍກຕົວ, ເກັບຕົວຢ່າງກວດຫາເຊື້ອ ສຳລັບບັນດາກໍລະນີທີ່ມີສ່ວນກ່ຽວຂ້ອງກັບກໍລະນີເປັນບວກກັບເຊື້ອພະຍາດດັ່ງກ່າວ ແລະ ນຳໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເໝາະສົມ.

ໃນວັນດຽວກັນ, ສະພາກາແດງ ແຂວງ ຫວິ້ງຟຸກ ໄດ້ຮັບຈຳນວນເງິນ 2,5 ຕື້ດົ່ງ ໂດຍບໍລິສັດ Honda ຫວຽດນາມ ແລະ ບໍລິສັດ Toyota Boshoku ຈຳກັດ ໄດ້ອຸປະຖຳແກ່ການຊື້ວັກຊິນກັນພະຍາດໂຄວິດ - 19. ແຂວງ ຫວີ້ງຟຸກ ໃຫ້ຄຳໝັ້ນສັນຍາວ່າ ເມື່ອມີວັກຊິນຢ່າງພຽງພໍແລ້ວ, ຈະຈັດຕັ້ງການສັກວັກຊິນຢູ່ບັນດາວິສາຫະກິດຫຼັກແຫຼ່ງໃນບໍລິເວນແຂວງ. 

ຕອບກັບ

ຂ່າວ/ບົດ​ອື່ນ