ການເຄື່ອນໄຫວມຸ່ງໄປສູ່ເຂດທະເລໝູ່ເກາະຂອງປະເທດຊາດ

ການເຄື່ອນໄຫວມຸ່ງໄປສູ່ເຂດທະເລໝູ່ເກາະຂອງປະເທດຊາດ - ảnh 1
ບັນດາຜູ້ແທນເຂົ້າຊົມງານວາງສະແດງ

(vovworld)- ຕອນ​ເຊົ້າ​ວັນ​ທີ 11/7, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ພາບ​ໂຄສະນາ ພາຍ​ໃຕ້​ຫົວ​ຂໍ້​ວ່າ: “​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ” ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ງານ​ວາງສະ​ແດງ​ໄດ້​ແນະນຳ ​ແຜນ​ທີ່ 11 ສະບັບ ​ແລະ ​ເຈົາບ໋າ​ນ(​ເອກະສານ​ປົກຄອງ​​ໃນ​ສະ​ໄຫມ​ລາຊະວົງ​ຫງວຽນ) ​ແລະ ພາບ​ໂຄສະນາ 60 ​ແຜ່ນ ​ໂດຍ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ການ​ເສັງ​ແຕ້ມ​ພາບ​ໂຄສະນາ​ມຸ້ງ​ໄປ​ສູ່​ເຂດ​ທະ​ເລ​ໝູ່​ເກາະ. ​ເພື່ອນ ​ເລີມ​ຢູງດາດ, ຊາວ​ນະຄອນ​ໂຮ່ຈີ​ມີນ ​​ແບ່ງປັນ​ວ່າ:

        “ຜ່ານ​ງານ​ວາງສະ​ແດງ, ຂ້າພ​ະ​ເຈົ້າ​ຮູ້​ສຶກ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ​່​ເກາະ​ຂອງ​ຫວຽດນາມ. ຜ່ານ​ນັ້ນ ໄດ້ສຶກສາ​ໃຫ້​ຊາວ​ຫນຸ່ມ​ຮັບຮູ້ກ່ຽວ​ກັບ​ອະ​ທີ​ປະ​ໄຕ​ຂອງ​ປະ​ເທດ​ຊາດ ພ້ອມ​ທັງ​ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງຕໍ່​ກາ​ນຊີ້​ນຳ​ນຳພາ​ຂອງ​ພັກ ​ແລະ ລັດ ກໍ​ຄື​ອະທິປະ​ໄຕ​​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ. ”

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະພາກາ​ແດງ​ຫວຽດນາມ ​ໄດ້​ຮັບ​ຈຳນວນ​ເງິນ 500 ລ້ານ​ດົງ ​ໂດຍ​ບໍລິສັດ​ການ​ຄ້າ​ຫຸ້ນ​ສ່ວນ​ເບຍ​ຮ່າ​ໂນ້ຍ ​ແລະ ລູກ​ຄ້າ​ບໍລິຈາກ​ເພື່ອ​ສະຫນັບສະຫນູນ​ລາຍການ“ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ”.  ສະພາກາ​ແດງ​ຫວຽດນາມ​ຈະ​ນຳ​ໃຊ້​ຈຳນວນ​ເງິນ​ດັ່ງກ່າວ​ເພື່ອ​ຊື້​ພາຫະນະ​ອຸປະ​ກອນ​ທີ່​ຈຳ​ເປັນ, ຈັດ​ຕັ້ງ​ການກວດ​ພະຍາດ ​ແລະ ຊື້​ໂທລະທັດ​ສົ່ງ​ເຖິງ​ບັນດາ​ຊາວ​ປະມົງ.

ນະຄອນ​ຮ່າ​ໂນ້ຍຄັດຄ້ານ​ການກະທຳ​ຢ່າງຜິດ​ກົດໝາຍຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

ແລະກໍໃນວັນ​ທີ 11/7, ກອງ​ປະຊຸ​ມສ​ະ​ໄຫ​ມທີ 10 ສະພາ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ວາລະ​ອັດ​ກອງ​ປະຊຸມ ​ແລະ ອອກ​ຖະ​ແຫລ​ງການ​ຄັດຄ້ານ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິ​ດຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ຖະ​ແຫລ​ງການ​ຊົມ​ເຊີຍ​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ, ​ເດັດດ່ຽວ​ຕໍ່​ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ນ້ຳ​ແດນ​ດິນ​ບົນ​ພື້ນຖານ​ກົດໝາຍ​ສາກົນ. ຖະ​ແຫລ​ງການ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່ທະວີບ​ຂອງ​ຫວຽດນາມ.

 

 

 

ຂ່າວ/ບົດ​ອື່ນ